ບໍລິສັດລົດທົ່ວໂລກຈະທຸ້ມເງິນ ໃຫ້ລົດໄຟຟ້າໃນໄລຍະ 5-10 ປີຕໍ່ໜ້າ

ບໍລິສັດລົດໃຫຍ່ທົ່ວໂລກຈະທຸ້ມເງິນອີກ 300.000 ລ້ານໂດລາສະຫະລັດ ໃຫ້ແກ່ເຕັກໂນໂລຊີລົດໄຟຟ້າໃນໄລຍະ 5-10 ປີຕໍ່ໜ້າ ໃນຈຳນວນນີ້ເກືອບເຄິ່ງໜຶ່ງຈະມຸ້ງເປົ້າໝາຍໃສ່ປະເທດຈີນ.
ສຳນັກຂ່າວຣອຍເຕີ ລາຍງານວ່າ: ການທີ່ຈີນ ແລະ ຫລາຍປະເທດເລີ່ມເຂັ້ມງວດການໃຊ້ເຄື່ອງຈັກແອັດຊັງ ແລະ ກາຊວນ ເຮັດໃຫ້ບໍລິສັດລົດໃຫຍ່ຕ້ອງເລັ່ງປັບຕົວ, ປີຜ່ານມາ ບໍລິສັດລົດໃຫຍ່ທົ່ວໂລກບອກວ່າຈະໃຊ້ເງິນພັດທະນາລົດໄຟຟ້າ 90.000 ລ້ານໂດລາສະຫະລັດ, ແຕ່ຕອນນີ້ຕົວເລກເພີ່ມຂຶ້ນກວ່າສາມເທົ່າເປັນ 300.000 ລ້ານໂດລາສະຫະລັດ ມຸ້ງຜະລິດລົດໄຟຟ້າຈຳນວນຫລາຍຢູ່ຈີນ, ເອີຣົບ ແລະ ອາເມລິກາເໜືອ ໃນຈຳນວນນີ້ເກືອບໜຶ່ງໃນສາມເປັນງົບຂອງໂຟລສະວາເກນທີ່ຕັ້ງເປົ້າຈະຜະລິດລົດໄຟຟ້າສູງເຖິງ 15 ລ້ານຄັນພາຍໃນປີ 2023.

