ການປະທ້ວງຢູ່ ເບຣາຣຸດ ບໍ່ມີທ່າທີວ່າຈະຜ່ອນຄາຍ

ວັນທີ 13 ກັນຍາ, ຂະບວນປະທ້ວງຂອງມວນຊົນຢູ່ທີ່ນະຄອນຫຼວງ Minsk ໄດ້ເຄື່ອນຂະບວນເຂົ້າໄປໃນໝູ່ບ້ານ Drozdy ຊຶ່ງເປັນທີ່ຕັ້ງຄະລືຫາດຂອງປະທານາທິບໍດີ Alexander Lukashenko ແລະ ເຮືອນຢູ່ຂອງເຈົ້າໜ້າທີ່ລະດັບສູງຂອງ ເບຣາຣຸດ.

ໃນໜ້າໜັງສືພິມອອນລາຍ Tut.by ລົງຂ່າວວ່າ: ເຈົ້າໜ້າທີ່ໄດ້ສະກັດກັ້ນຂະບວນປະທ້ວງຂອງມວນຊົນຢູ່ທີ່ເມືອງ Novovilenskaya ອອກເປັນ 2 ກຸ່ມ, ຜູ້ປະທ້ວງຈຳນວນໜຶ່ງໄດ້ຖອນຕົວໜີອອກໄປ, ແຕ່ຜູ້ປະທ້ວງສ່ວນໃຫ່ຍຍັງສືບຕໍ່ເຄື່ອນຂະບວນໄປຍັງໝູ່ບ້ານ Drozdy. ສະຖານີໂທລະພາບແຫ່ງໜຶ່ງລາຍງານໃຫ້ຮູ້ວ່າ: ມີຜູ້ປະທ້ວງປະມານ 100.000 ຄົນ, ໃນຂະນະດຽວກັນ ສຳນັກຂ່າວ Interfax ບອກວ່າມີປະມານ 150.000 ຄົນ.

ຂະບວນການປະທ້ວງຢູ່ Minsk ເລີ່ມຂຶ້ນໃນເວລາ 14:00 ໂມງຂອງວັນທີ 13 ກັນຍາ. ຊຶ່ງກ່ອນໜ້ານັ້ນໄດ້ມີການລະດົມລົດຫຸ້ມເກາະ ແລະ ອຸປະກອນພິເສດອື່ນໆ ກໍຄືກຳລັງພິທັກເຂົ້າໄປໃນ ນະຄອນເບຣູດ ເພື່ອສະກັດກັ້ນຂະບວນປະທ້ວງຂອງມວນຊົນ.

ໃນຂະບວນປະທ້ວງໜຶ່ງອີກ, ຜູ້ປະທ້ວງໄດ້ສ້າງຮົ້ວກັ້ນຢູ່ໃນເມືອງ Timiryazev. ຄະນະກຳມະການກວດກາຂອງ ເບຣາຣູດ ໄດ້ກ່າວເຕືອນພຶດຕິກໄດັ່ງກ່າວວ່າ: ອາດຈະຖືກຫ້າມ ແລະ ຖືກລົງໂທດທາງດ້ານບໍລິຫານ ແລະ ຍັງຈະຕ້ອງໄດ້ຮັບໂທດທາງອາຍາອີກດ້ວຍ.

ຂ່າວ: ລູກເມືອງພວນ.