WHO ລະບຸ ໂລກຈະຕ້ອງກຽມພ້ອມຮັບມື ພະຍາດລະບາດໃຫຍ່ຄັ້ງຕໍ່ໄປໃຫ້ດີຍິ່ງຂຶ້ນ

ໃນວັນທີ 7 ກັນຍາ, ທ່ານ ດຣ. ທີໂດຣສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ລະບຸ ໂລກຈະຕ້ອງກຽມຄວາມພ້ອມເພື່ອຮັບມືພະຍາດລະບາດໃຫຍ່ຄັ້ງຕໍ່ໆໄປໃຫ້ດີຍິ່ງຂຶ້ນ ຈຶ່ງຮຽກຮ້ອງໃຫ້ປະຊາຄົມໂລກຫັນມາໃຫ້ຄວາມສຳຄັນ ແລະ ລົງທຶນກ່ຽວກັບກິດຈະການດ້ານສາທາລະນະສຸກ.
ຫລ້າສຸດ ການແຜ່ລະບາດຂອງໂຄວິດ-19 ຜ່ານມາກວ່າ 8 ເດືອນແລ້ວ ທົ່ວໂລກມີຜູ້ຕິດເຊື້ອສະສົມເກີນ 27,4 ລ້ານຄົນແລ້ວ (27.478.134 ຄົນ), ປິ່ນປົວຫາຍ 19,5 ລ້ານກວ່າຄົນ (19.572.493 ຄົນ) ຫລື ເກືອບ 2 ໃນ 3 ຂອງຜູ້ຕິດເຊື້ອທັງໝົດ, ເສຍຊີວິດແລ້ວ 896.406 ຄົນ ອັດຕາການເສຍຊີວິດຢູ່ປະມານ 3,3% ໂດຍພົບຜູ້ຕິດເຊື້ອເພີ່ມເກີນມື້ລະ 1 ແສນຄົນ ຕິດຕໍ່ກັນດົນເຖິງ 104 ມື້ ນັບແຕ່ວັນທີ 27 ພຶດສະພາຜ່ານມາ.
ອາເມລິກາຍັງເປັນປະເທດທີ່ພົບຜູ້ຕິດເຊື້ອສະສົມຫລາຍທີ່ສຸດໃນໂລກ (6.485.567 ຄົນ), ຂະນະທີ່ອິນເດຍຢູ່ອັນດັບ 2 (4.277.584 ຄົນ), ບຣາຊິລ (4.147.794 ຄົນ), ຣັດເຊຍ (1.030.690 ຄົນ) ແລະ ເປຣູ (689.977 ຄົນ), ພົບຜູ້ຕິດເຊື້ອແລ້ວຢ່າງໜ້ອຍ 181 ຈາກ 193 ປະເທດທົ່ວໂລກ ມີພຽງມາເກົາ, ເຊນລູເຊຍ, ເກຣນາດາ, ເຊນດິດ ແລະ ເນວິສ ແລະ ນະຄອນລັດວາຕິກັນເທົ່ານັ້ນທີ່ຜູ້ຕິດເຊື້ອໂຄວິດ-19 ທັງໝົດຫາຍດີແລ້ວ ແລະ ຍັງບໍ່ພົບຜູ້ຕິດເຊື້ອໃໝ່ເພີ່ມອີກ.

