ໄບເດັນ ຊະນະການເລືອກຕັ້ງປະທານາທິບໍດີສະຫະລັດ ເປັນທີຮຽບຮ້ອຍແລ້ວ

ສຳນັກຂ່າວ ຊີເອັນເອັນ ລາຍງານ ການເລືອກຕັ້ງປະທານາທິບໍດີສະຫະລັດ ວັນທີ 8 ພະຈິກວ່າ ເປັນທີ່ຊັດເຈນແລ້ວ ໂຈໄບເດັນ ວ່າທີ່ປະທານາທິບໍດີ ຄົນທີ 46 ຂອງສະຫະລັດ ແລະ ນາງ ຄາມາລາ ແຮຣິດ ວ່າທີ່ຮອງປະທານາທິບໍດີ.

ຂະນະນີ້ ຜູ້ນຳຫຼາຍປະເທດໄດ້ອອກມາສະແດງຄວາມຍິນດີກັບໂຈໄບເດັນ ແລະ ນາງ ຄາມາລາ ແຮຣິດ. ຫຼາຍປະເທດສະແດງຄວາມພ້ອມໃຫ້ການຮ່ວມມືກັບສະຫະລັດ ເພື່ອສ້າງບັນຍາກາດໂລກໃຫ້ດີຂຶ່ນ.

ໂດຍ ໂຈໄບເດັນ ສາມາດຍາດໄດ້ຄະແນນຈາກຄະນະຜູ້ເລືອກຕັ້ງໃນ 5 ລັດສະໝໍລະພູມຢ່າງສູສີ ວຸດວິດກັຍ ທຣຳ ໃນຫຼາຍວັນທີ່ຜ່ານມາ ໃນທີ່ສຸດກໍເປັນຜູ້ໄປເຖິງຈຸດໝາຍ 270 ຄະແນນດກ່ອນ. ຂະນະທີ່ ທຣຳ ຍັງຄົງຢູ່ທີ່ເດີມ 214 ສຽງ.