ເຈົ້າໜ້າທີ່ລະດັບສູງຈາກພັກ ຣີພັບຣີກັນຂອງ ທຣຳ ເກືອບ 100 ຄົນສະໜັບສະໜູນ ທ່ານ ໄບເດັນ ຄູ່ແຂ່ງປະທານາທິບໍດີຂອງ ທຣຳ

ຂ່າວຈາກ 24h, ວັນທີ 4 ກັນຍານີ້ ໃຫ້ຮູ້ວ່າ: ມີເຈົ້າໜ້າທີ່ຈາກພັກ ຣີພັບຣີກັນ, ໃນນັ້ນມີຫຼາຍທ່ານເປັນຜູ້ວ່າການລັດຕ່າງໆສະແດງການຕໍ່ຕ້ານກັບ ທຣຳ ແລະ ກັບມາສະໜັບສະໜູນ ທ່ານ ໄບເດັນ.
ສຳນັກຂ່າວ Reuters, ໃຫ້ຮູ້ວ່າ: ມີເຈົ້າໜ້າທີ່ລະດັບສູງຈາກພັກ ຣີພັບຣິກັນ ແລະ ບັນດາຜູ້ນຳເອກກະລາດໄດ້ປະກາດສະໜັບສະໜູນຜູ້ສະໝັກຊີງຕຳແໜ່ງປະທານາທິບໍດີສະຫະລັດ ທ່ານ ໄບເດັນ ຈາກພັກ ເສລີປະຊາທິປັດ.
ໃນຈຳນວນດັ່ງກ່າວປະກອບມີ: ຜູ້ວ່າການລັດ New Jersey, ທ່ານ Christine Todd Whitman ເປັນຜູ້ນຳໜ້າພາທາງ, ທ່ານນາງ Whitman ເຄີຍເປັນຫົວໜ້າອົງການປົກປ້ອງສະພາບແວດລ້ອມຂອງສະຫະລັດໃນສະໄໝຂອງປະທານາທິບໍດີ George W. Bush(ພັກຣີພັບຣິກັນ) ແລະ ກໍເປັນຜູ້ໜຶ່ງຕໍ່ຕ້ານ ທຣຳ ຢ່າງອອກໜ້າອອກຕາ. ນອກຈາກນີ້ຍັງມີຜູ້ວ່າການລັດຕ່າງໆອີກຈາກພັກຣີພັບຣິກັນກັບມາສະໜັບສະໜູນທ່ານ ໄບເດັນ.
ຂ່າວ: ລູກເມືອງພວນ.

