ຜູ້ເສຍຊີວິດຈາກ ໂຄວິດ-19 ໃນອິນໂດເນເຊຍລົ້ນສຸສານ(ປ່າຊ້າ)

ສຸສານ(ປ່າຊ້າ) PondokRanggon ຢູ່ທາງທິດໃຕ້ຂອງ ຈາກາກຕາ ອີນໂດເນເຊຍ ໄດ້ໝົດບ່ອນຈະຝັງສົບຄົນເສຍຊີວິດຈາກໂຄວິດ-19 ແລ້ວໃນເດືອນຕຸລາຈະມາເຖິງ.
ທ່ານ Nadi ຫົວໜ້າຮັບຜິດຊອບປ່າຊ້າດັ່ງກ່າວໃຫ້ຮູ້ວ່າ: ຍັງເຫຼືອພຽງ 1.100 ບ່ອນເທົ່ານັ້ນ, ໃນເນື້ອທີ່ຂອງປ່າຊ້າທັງໝົດ 7.000 m2. ທ່ານNadi ໃຫ້ຮູ້ເມື່ອວັນທີ 5 ກັນຍາວ່າ: “ບ່ອນຈະຝັງສົບຈະໝົດໃນເດືອນຕຸລາທີ່ຈະມາເຖິງ” ເພາະຜູ້ເສຍຊີວິດຈາກໂຄວິດ-19 ນັບມື້ເພີ່ມຂຶ້ນ. ເດືອນສິງຫາຜ່ານມາ ຈຳນວນສົບເພີ່ມຂື້ນເຖິງ 27ສົບ/ວັນ ແລະ ມີປະມານ 837 ສົບທັງໝົດໃນເດືອນ.
ທ່ານໃຫ້ຮູ້ເພີ່ມເຕີມວ່າ: ນັບແຕ່ມື້ສ້າງປ່າຊ້າ PondokRanggon ຂຶ້ນມາເພື່ອໄວ້ຝັງຜູ້ເສຍຊີວິດຈາກໂຄວິດ-19 ໃນເດືອນມີນາເປັນຕົ້ນມາ, ຄະນະຮັບຜິດຊອບປ່າຊ້າໄດ້ຂະຫຍາເພີ່ມໃໝ່ອີກ 8 ແຫ່ງເພື່ອໄວ້ຝັງ 2.623 ສົບອີກ.
ແປຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ zingnews)

