ເປີດວາງສະແດງຮູບພາບ “ສາຍພົວພັນລາວ-ຫວຽດນາມ, ຫວຽດນາມ-ລາວ”

ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ສສ ຫວຽດນາມຄົບຮອບ 75 ປີ (2 ກັນຍາ 1945 – 2 ກັນຍາ2020), ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ໄດ້ຈັດງານວາງສະແດງຮູບພາບ ຂຶ້ນໃນວັນທີ 1-3 ກັນຍານີ້ ຢູ່ຫໍວັດທະນະທໍາແຫ່ງຊາດ ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ຫົວຂໍ້ “ສາຍພົວພັນລາວ-ຫວຽດນາມ, ຫວຽດນາມ-ລາວ”. ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສັງຄົມນິຍົມຫວຽດນາມ ປະຈຳລາວ ພ້ອມການນຳທັງສອງຝ່າຍເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງດັ່ງກ່າວ ທັງເປັນຮອງປະທານສະມາຄົມມິດຕະພາບລາວ-ຫວຽດນາມ ກ່າວວ່າ: ເພື່ອທົບທວນຫວນຄືນມູນເຊື້ອອັນສະຫງ່າງາມຂອງການພົວພັນຮ່ວມມືລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ເຊິ່ງແມ່ນປະທານ ໂຮຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ໄດ້ຖະນຸຖະໜອມຍົກລະດັບຂຶ້ນເປັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດເຮົາທີ່ໄດ້ຮັບການທົດສອບໃນແປວໄຟຂອງພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການພົວພັນດັ່ງກ່າວກາຍເປັນມູນ ເຊື້ອທີ່ຫາຍາກ ກາຍເປັນປັດໃຈຮັບປະກັນໄຊຊະນະ  ແລະ ກາຍເປັນກົດເກນແຫ່ງການຄົງຕົວຂອງສອງປະເທດລາວ-ຫວຽດນາມ ແລະໄດ້ ຖືໂອກາດນີ້ ສຶກສາອົບຮົມຄົນລຸ່ນຫນຸ່ມໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງປະຫວັດແຫ່ງການພົວພັນຮ່ວມມືລາວ-ຫວຽດນາມ, ໃຫ້ເປັນຜູ້ສືບທອດທີ່ຈົ່ງຮັກພັກດີ, ປົກປັກຮັກສາ ແລະ ເສີມຂະຫຍາຍການພົວພັນຮ່ວມມືດັ່ງກ່າວໃຫ້ໝັ້ນຄົງຍາວນານ ແລະ ແຕກດອກອອກຜົນຍິ່ງຂຶ້ນ.

ບັນດາຮູບພາບທີ່ນໍາມາວາງສະແດງຮູບພາບຄັ້ງນີ້ ມີຈໍານວນ 130 ຮູບທີ່ສະທ້ອນໃຫ້ເຫັນໂດຍສັງເຂບມູນເຊື້ອອັນສະຫງ່າອົງອາດແຫ່ງການຮ່ວມສໍາພັນສູ້ຮົບ ຫວຽດນາມ-ລາວ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນກໍຄື ໃນພາລະກິດການປົກປັກ ແລະ ສ້າງສາພັດທະນາຂອງສອງປະເທດ ໃນປັດຈຸບັນ, ສະແດງໃຫ້ເຫັນປະສິດທິພາບອັນໂດດເດັ່ນຂອງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ -ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ອ້າຍນ້ອງ ທີ່ໄດ້ຄຽງບ່າຄຽງໄລ່ກ້າວຂື້ນສູ່ຈຸດຫມາຍທີ່ໄດ້ວາງໄວ້ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ ຄວາມວັດທະນາຖາວອນຂອງປະເທດຊາດ.