ໂອກາດກາດີມາຮອດ..! ປາກເຊ ຢູໄນເຕັດ ເປີດຮັບສະໝັກນັກເຕະພ້ອມຮຽນຟຣີ ເລີ່ມເປີດຄັດເລືອກວັນທີ່ 5 ກັນຍາທີ່ຈະມາເຖິງນີ້

ຕາມການລາຍງານຂອງເພຈທາງການສະໂມສອນ ປາກເຊ ຢູໄນເຕັດ, PAKSE united Football club ໄດ້ໃຫ້ຮູ້ວ່າ: ສະບາຍດີນ້ອງໆທີ່ມີໃຈມັກຮັກໃນກິລາບານເຕະ,ນ້ອງໆທີມີຢາກຮ່ວມເຂົ້າຮຽນເຕະບານຟຣີນໍາພວກເຮົາແມ່ນສາມາດນໍາລູກຫຼານມາຄັດເລືອກນໍາເຮົາໄດ້ຖ້ານ້ອງຄົນໃດທີ່ມີພື້ນຖານມາແລ້ວແມ່ນຈະໄດ້ເຊັ່ນສັນຍາກັບສະໂມສອນພວກເຮົາແຕ່ຖ້ານ້ອງຄົນໃດຍັງເຕະບານບໍ່ເປັນບໍ່ມີພື້ນຖານແມ່ນເຮົາກໍ່ຮັບ ແຕ່ໃນຖານະນັກຮຽນສະໂມສອນປາກເຊ ຢູໄນເຕັດ ບໍ່ຈໍາເປັນຕ້ອງເກັ່ງຂໍໃຫ້ມີໃຈມັກຮັກ,ຊື່ສັດ,ມີວິໃນ ພວກເຮົາຈະຄັດເລືອກເອົາທັງໝົດ 60 ຄົນ ເຊີ່ງເອົາຮຸ້ນລະ 20 ຄົນຄື:

1.U-7-10 ຈໍານວນ 20 ຄົນ
2.U-10-12 ຈຳນວນ 20 ຄົນ
3.U-12-14 ຈຳນວນ 20 ຄົນ
4.U-16 ຈຳນວນ 20 ຄົນ
ພ້ອມດຽວກັນນັ້ນທາງສະໂມສອນຍັງໃຫ້ຮູ້ຕື່ມວ່າ: ສຳລັບນ້ອງໆທີ່ສົນໃຈເຂົ້າຄັດເລືອກຫຼືເຂົ້າມາຝຶກຕ້ອງໄດ້ປະຕິບັດຕາມແນວທາງສະໂມສອນວາງອອກເຊັ່ນ:
-ບໍ່ຕ້ອງເຕະບານເກັ່ງຂໍແຕ່ມີລະບຽບວິໄນຕັ້ງໃຈຊື່ສັດ
-ຕ້ອງໄດ້ຮັບອະນຸຍາດຈາກຜູ້ປົກຄອງໃນມື້ຄັດເລືອກແມ່ນໃຫ້ຜູ້ປົກຄອງພາມາ
-ນັກກິລາຕ້ອງຖືສໍາມະໂນແທ້ມານໍາ
-ນັກກິລາ,ຜູ້ປົກຄອງຕ້ອງຍອມຮັບນະໂຍບາຍ,ເງື່ອນໄຂ ແລະ ລະບຽບຂອງສະໂມສອງທຸກຂໍ້ໄດ້
-ຖ້ານັກກິລາຄົນໃດມີບານຫຼືອຸປະກອນມານໍາເຮົາຈະສອນພິເສດ
-ນັກກິລາຕ້ອງສະດວກມາຊ້ອມທຸກອາທິດ
ເລີ່ມເປີດຄັດເລືອກວັນເສົາທີ 5/9/2020 ຈົນເຖິງ 19/9/2020 ທີ່ເດີ່ນບານຊີເອັສຊີ ເວລາ 8 ໂມງເຖິງເວລາ 10 ໂມງ ຕິດຕໍ່ລາຍລະອຽດເພີ່ມເຕີມໂທ: 02094110929 (ອ.ຈ ສຸວັນ ໄກຍະລາດ) ຕິດຕາມຄວາມເຄື່ອນໄຫວໄດ້ທີ່ເພຈ: PAKSE united Football club

