ເຂື່ອນສາມຜາຂອງຈີນຮອງຮັບນ້ຳ ໄຫລເຂົ້າສູງສຸດເປັນປະຫວັດສາດ

ສຳນັກຂ່າວຣອຍເຕີລາຍງານວ່າ: ລະດັບນ້ຳຢູ່ເຂື່ອນສາມຜາ (Three Gorges Dam) ຢູ່ມົນທົນຫູເປຍ ທາງຕອນກາງ ເທິງແມ່ນ້ຳຢັງຊີຂອງຈີນໃກ້ຮອດປະລິມານບັນຈຸສູງສຸດທີ່ຮອງຮັບນ້ຳໄດ້ແລ້ວ ຫລັງຕ້ອງຮັບນ້ຳຈາກອຸທົກກະໄພຫລາຍເປັນປະຫວັດສາດ.
ຂໍ້ມູນຈາກທາງການລະບຸວ່າ: ວັນທີ 21 ສິງຫາ, ປະລິມານນ້ຳຈາກແມ່ນ້ຳຢັງຊີໄຫລເຂົ້າເຂື່ອນ 75.000 ຄິວບິກແມັດຕໍ່ວິນາທີ ສົ່ງຜົນໃຫ້ລະດັບນ້ຳເພີ່ມໄປຢູ່ 165,6 ແມັດ ໃນຕອນເຊົ້າວັນທີ 21 ສິງຫາ ເຊິ່ງເປັນການເພີ່ມຂຶ້ນຫລາຍກວ່າ 2 ແມັດໃນຄືນດຽວ ແລະ ເກືອບ 20 ແມັດຈາກລະດັບປອດໄພ. ປະລິມານບັນຈຸຂອງເຂື່ອນສາມຜາ ເຊິ່ງເປັນເຂື່ອນໃຫຍ່ທີ່ສຸດຂອງຈີນມີ 175 ແມັດ.
ວັນທີ 20 ສິງຫາ, ທາງການສັ່ງລະບາຍນ້ຳ 48.800 ຄິວບິກແມັດຕໍ່ວິນາທີ ເພື່ອຫລຸດລະດັບນ້ຳໃນເຂື່ອນ ແລະ ອາດລະບາຍຫລາຍກວ່ານີ້ ເພື່ອຫລີກລ່ຽງບໍ່ໃຫ້ນ້ຳລົ້ນຄວາມຈຸຂອງເຂື່ອນ.
ປີນີ້ປະລິມານນ້ຳຝົນໃນລຸ່ມນ້ຳຢັງຊີສູງກວ່າຄ່າສະເລ່ຍເຖິງ 2 ເທົ່າ ແລະ ຍັງເຮັດໃຫ້ເກີດນ້ຳຖ້ວມເປັນວົງກວ້າງ.
ທັງນີ້ ເຂື່ອນສາມຜາສ້າງສຳເລັດໃນປີ 2012 ເພື່ອຜະລິດກະແສໄຟຟ້າ ແລະ ຢຸດຄວາມແຮງຂອງແມ່ນ້ຳຢັງຊີທີ່ເປັນຕົ້ນຕໍເຮັດໃຫ້ເກີດນ້ຳຖ້ວມຢູ່ຈີນ ໂດຍທາງການລະບຸວ່າ: ເຂື່ອນນີ້ສາມາດຊ່ວຍໃຫ້ປະຊາຊົນຫລາຍກວ່າ 18,5 ລ້ານຄົນບໍ່ຕ້ອງອົບພະຍົບໜີນ້ຳຖ້ວມ.

