ອົງການອະນາໄມໂລກເຕືອນວ່າ: ມີວັກຊີນບໍ່ໝາຍຄວາມວ່າ ການລະບາດຂອງພະຍາດໂຄວິດ-19 ຈະໝົດໄປຢ່າງຖາວອນ

ແຫຼ່ງຂ່າວ kenh14 ລາຍງານວັນທີ 20 ສິງຫານີ້ວ່າ: ອົງການອະນາໄມໂລກກ່າວເຕືອນວ່າ ມີວັກຊີນບໍ່ໝາຍຄວາມວ່າການລະບາດຂອງພະຍາດໂຄວິດ -19 ຈະໝົດໄປ. ໂຄວິດ-19 ຈະໝົດໄປກໍຕໍ່ເມື່ອວ່າ ທຸກຄົນພ້ອມກັນມີຄວາມຮັບຜິດຊອບຕ້ານໂຄວິດນັ້ນເອງ.

ທ່ານຫົວໜ້າອົງການອະນາໄມໂລກຮັບຜິດຊອບພາກພື້ນເອີຣົບ Hans Kluge ກ່າວຢໍ້າຕໍ່ສື່ມວນຊົນໃນວັນທີ 20 ສິງຫານີ້ວ່າ: “ມີວັກຊີນກໍບໍ່ໝາຍຄວາມວ່າພະຍາດຈະໝົດໄປ. ທຸກຄົນຕ້ອງຕຽມຈິດໃຈມີຊີວິດຢູ່ຮ່ວມກັບໂຄວິດ-19”.

ຕາມທັດສະນະຂອງ Hans Kluge ກໍຄື: ບັນຫາສຳຄັນແມ່ນແມ່ນທຸກຄົນຢ່າໄດ້ເຜີຕົວ ແລະ ຕ້ອງໄດ້ເພີ່ມທະວີການປ້ອງກັນຄວາມປອດໄພທາງການແພດເຊັ່ນ: ໃສ່ໜ້າກາກອະນາໄມ, ລ້າງມື, ຂ້າເຊື້ອພະຍາດ ເພາະພະຍາດຕາມລະດູການໃກ້ຈະມາເຖິງ.

ຂ່າວ: ລູກເມືອງພວນ.