ຈີນຢາກທົດລອງວັກຊີນໂຄວິດ-19 ຮ່ວມກັບ ຣັດເຊຍ

ແຫຼ່ງຂ່າວຈາກ BAOMOI ໃຫ້ຮູ້ວັນທີ 18 ສິງຫານີ້ວ່າ: ນັກຊ່ຽວຊານລະດັບຕົ້ນໆຂອງຈີນໃຫ້ຮູ້ວ່າ ຣັດເຊຍໄດ້ມີຄວາມກ້າວໜ້າໃນການພັດທະນາວັກຊີນໂຄວິດ-19, ດັ່ງນັ້ນ 2 ປະເທດອາດຈະຖອດຖອນບົດຮຽນເຊິ່ງກັນ ແລະ ກັນ.
ໜັງສືພິມ SCMP ໃຫ້ຮູ້ວ່າ: ບັນດານັກວິທະຍາສາດຂອງຈີນ ໄດ້ຮຽກຮ້ອງໃຫ້ມີການທົດລອງວັກຊີນໂຄວິດ-19 ຮ່ວມກັບຣັດເຊຍ, ພາຍຫຼັງ ມົສໂກ ໄດ້ອອກໃບຢັ້ງຢືນວັກຊີນໂຄວິດ-19 ເປັນປະເທດທຳອິດໃນໂລກ.
ທ່ານ ຈຸງນາມເຊີນ, ເປັນຜູ້ຊ່ຽວຊານອັນດັບຕົ້ນໆຂອງຈີນກ່ຽວກັບພະຍາດທາງເດີນຫາຍໃຈ ໄດ້ສະເໜີຄຳຮຽກຮ້ອງດັ່ງກ່າວໃນກອງປະຊຸມບັນດານັກວິທະຍາສາດຂອງລັດເຊຍໃນວັນທີ 16 ສິງຫາທີ່ຜ່ານມາ.
ທ່ານ ຈຸງ ກ່າວວ່າ: ຣັດເຊຍໄດ້ມີຄວາມກ້າວໜ້າຢ່າງໄວວາໃນການພັດທະນາວັກຊີນ ແລະ ພ້ອມດຽວກັນນັ້ນກໍເນັ້ນວ່າ: “ຈີນ ແລະ ລັດເຊຍອາດຈະຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນຫຼາຍບັນຫາ, ນັບທັງເຕັກໂນໂລຊີ ແລະ ແຜນຍຸດທະສາດຂອງຣັດເຊຍໃນການຕ້ານໂຄວິດ-19 ນັ້ນ ເປັນສິ່ງທີ່ຈະຕ້ອງໄດ້ຄົ້າຄວ້າ, ໃນຂະນະດຽວຈີນໄດ້ມີວິທີການພິເສດໃນການຄວບຄຸມການແຜ່ລະບາດຂອງພະຍາດ ໂດຍສະເພາະແມ່ນການນຳໃຊ້ຢາແຜນບູຮານ”.
ຂ່າວ: ລູກເມືອງພວນ.

