ກອງກຳລັງອັບການິດສະຖານ ສັງຫານພົນລະເຮືອນ 9 ຄົນ

ເຈົ້າໜ້າທີ່ອັບການິດສະຖານລາຍງານໃນວັນທີ 29 ພຶດສະພາວ່າ: ກອງກຳລັງຊຸດພິເສດອັບການິດສະຖານສັງຫານພົນລະເຮືອນ 9 ຄົນ ເຊິ່ງຄາດວ່າເປັນປະຕິບັດການໂຈມຕີຜິດພາດໃນແຂວງນັກກາຮາທາງພາກຕາເວັນອອກ.
ໂຄສົກກອງກຳລັງອັບການິດສະຖານລາຍງານວ່າ: ຜູ້ເສຍຊີວິດເປັນພີ່ນ້ອງຂອງທ່ານ ຟາເຊລ ຮາດີ້ ມຸສລິຢາ ປະທານສະພາທ້ອງຖິ່ນ ແລະ ທີມສອບສວນຈາກນະຄອນຫລວງກາບູນໄດ້ຮັບມອບໝາຍໃຫ້ກວດສອບສາເຫດໂຈມຕີພົນລະເຮືອນເສຍຊີວິດຢູ່ແຂວງນັນກາຮາແລ້ວ. ຜູ້ອຳນວຍການສາທາລະນະສຸກທ້ອງຖິ່ນຢືນຢັນວ່າມີຜູ້ເສຍຊີວິດ ແລະ ບາດເຈັບຖືກນຳສົ່ງໂຮງໝໍທ້ອງຖິ່ນໃນເມືອງຈາລາລາບັດ, ຂະນະທີ່ຍັງບໍ່ມີລາຍລະອຽດຈາກເຫດໂຈມຕີດັ່ງກ່າວໃນເຂດຊາປາຮາໃນຄໍ່າວັນທີ 28 ພຶດສະພາຢ່າງແນ່ນອນ ແລະ ຍັງບໍ່ມີຖະແຫລງການຈາກກະຊວງປ້ອງກັນຄວາມສະຫງົບອັບການິດສະຖານ. ສະຫະປະຊາຊາດລາຍງານວ່າ: ຕົວເລກພົນລະເຮືອນເສຍຊີວິດ ແລະ ບາດເຈັບຍັງມີຈຳນວນສູງຈາກຄວາມຂັດແຍ່ງໃນອັບການິດສະຖານ ເຊິ່ງມີຜູ້ເສຍຊີວິດ ແລະ ບາດເຈັບຫລາຍກວ່າ 10.000 ຄົນໃນປີ 2017.

