ໂຕແທນ ເບນເຊມາ ບໍ່ພໍໃຈ ຫລັງນັກເຕະໃນຄວາມດູແລຂອງຕົນບໍ່ຕິດທີມດີເດ່ັນ

ຄາຣິມ ຢາຊີຣີ ໂຕແທນສ່ວນຕົວຂອງ ຄາຣິມ ເບນເຊມາ ກອງຫນ້າຊາວຝຣັ່ງຂອງ ເຣອັນ ມາດຣິດ ທີມດັງແຫ່ງ ລາລີກາ ສະເປນ ອອກອາການໂວຍວາຍສຸດຂີດ ພາຍຫລັງຈາກທີ່ນັກເຕະໃນຄວາມເບິ່ງແຍງຂອງຕົນເອງບໍ່ມີຊື່ຕິດທີມດີເດ່ັນແຫ່ງປີຂອງຟີຟາ ທັງທີ່ສ້າງຜົນງານໄດ້ຢ່າງດີເດ່ັນ.
ທັງນີ້ ຄາຣິມ ເບນເຊມາ ສ້າງຜົນງານໄດ້ຢ່າງໂດດເດ່ັນ ໂດຍສະເພາະໃນລີກທີ່ຍິງໄປ 17 ປະຕູ ກັບອີກ 7 ແອສຊິສ ຈົນມີສ່ວນສຳຄັນໃນການນຳຍອດທີມແຫ່ງຖິ່ນ ຊານຕີອາໂກ ເບີນາເບວ ຄອງຕຳແຫນ່ງຜູ້ນຳໃນລີກ ແຕ່ແນວໃດກໍຕາມຈາກການປະກາດທີມຍອດຢ້ຽມແຫ່ງປີຂອງ ຟີຟາ ທີ່ອຸດສາວາງຜູ້ຫລິ້ນໃນຕຳແຫນ່ງກອງຫນ້າເຖິງ 4 ຄົນ ກໍຍັງບໍ່ມີຊື່ຂອງດາວຍິງອາຍຸ 34 ປີຄົນນີ້ ໂດຍທີ່ໃນລາຍຊື່ມີ ລີໂອເນລ ເມສຊີ, ໂຣເບີດ ເລວານດອບສະກີ, ເອີລິງ ຮາແລນ ແລະ ຄຣິສຕຽນໂນ ໂຣນັລໂດ.
ຫລ້າສຸດ ຄາຣິມ ຢາຊິຣີ ອອກມາກ່າວວ່າ ຂ້ອຍຄິດວ່າການທີ່ ຟີຟາ ບໍ່ໃສ່ຊື່ ເບນເຊມາ ຄືການບໍ່ມີຄວາມເຄົາລົບ ທັງທີນັກເຕະ ແລະ ວົງການບານເຕະ ແຕ່ທີ່ແທ້ແລ້ວ ຂ້ອຍຄິດວ່າ ຟີຟາ ຮູ້ດີຢູ່ແລ້ວວ່າເລື່ອງຄວາມສຳຄັນຂອງບານເຕະຄືສິ່ງສຸດທ້າຍທີ່ພວກເຂົາຄຳນຶງເຖິງ ພວກເຂົາໃຫ້ຄວາມສຳຄັນກັບບາງຢ່າງຫລາຍກວ່າ ແລະ ແນ່ນອນວ່າມັນເປັນແບບນີ້ມາດົນແລ້ວ.

