ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫາສາຍມະຍຸມະຍະໃນຕົວເມືອງ

ກໍນັບວ່າເປັນຕາລະອາຍປະເທດອື່ນໆເຂົາ, ເມື່ອຫລຽວເບິ່ງຕາຂ່າຍໄຟຟ້າໃນຕົວເມືອງຫລວງເຮົາ ບໍ່ຈັກວ່າໄຟຟ້າ ແລະ ອື່ນໆເກາະຫ້ອຍເປັນປຸ້ມເປັນເປົ້າ ໄປຕາມເສົາໄຟສອງຝາກທາງເບິ່ງແລ້ວບໍ່ຄ່ອຍງາມຕາ ແລະ ບາງບ່ອນຍັງມີຄວາມສ່ຽງທີ່ຈະເກີດໄຟຊັອດໄຟໄໝ້ຂຶ້ນກໍເປັນໄປໄດ້, ເພາະຫລາຍຈຸດມີຮອດນົກກະຈອກໄປເຮັດເຮືອນຮັງໃສ່ກໍມີ.

ນີ້ກໍເນື່ອງຈາກການຈັດສັນມ້ຽນມັດບໍ່ເປັນລະບຽບຮຽບຮ້ອຍ, ເອົາແຕ່ຜູ້ຈະເຮັດ, ເບື້ອງຕົ້ນໄຟຟ້າກໍອ້າງວ່າວ່າເສົາໄຟຂອງຕົນຢາກເກາະຢາກຫ້ອຍຍັງກໍຕາມໃຈ, ສ່ວນເບື້ອງໂທລະສັບ, ສາຍເຄເບິ້ນ TV ກໍເໜັງໄປຕາມໃຈ, ເຮັດແນວໃດໃຫ້ຄ່າຮັບເໝົາຕິດຕັ້ງຖືກລົງກໍເຮັດໂລດເພື່ອຈະໄດ້ກຳໄລງາມ, ສ່ວນເບື້ອງຄວາມເປັນລະບຽບຮຽບຮ້ອຍ ແລະ ຈົບງາມຂອງຕົວເມືອງຫລວງນັ້ນ ແມ່ນເອົາໄວ້ຕາມຫລັງ.

ຕໍ່ບັນຫາດັ່ງກ່າວ, ພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານນະຄອນຫລວງວຽງຈັນ ຈຶ່ງໄດ້ວາງແຜນແກ້ໄຂໃນສະເພາະໜ້າຄື: ບ່ອນໃດຈຸດໃດເຫັນວ່າມີສາຍຍ່ອນຍານຫລາຍກໍຈະໄດ້ມັດຂຶ້ນ ແລະ ຖ້າສາຍໃດບໍ່ໄດ້ໃຊ້ງານກໍຈະຮື້ຖອນໃຫ້ເປັນລະບຽບຮຽບຮ້ອຍ ແລະ ຄວາມຈົບງາມຂອງຕົວເມືອງຫລວງ ແລະ ໃນຍາວນານນະຄອນຫລວງຈະມີນິຕິກຳ, ໂດຍສະເພາະຕອນນີ້ຖ້າໃຜເຮັດບໍ່ຈົບງາມກໍມີການປັບໃໝ່ໃສ່ໂທດຕາມລະບຽບກົດໝາຍ.

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ