ຜີສາດແດງ ຢືນໜື່ງ..! ທີມທີ່ໄດ້ຈຸດໂທດຫຼາຍທີ່ສຸດໃນບັນດາ 5 ລີກໃຫຍ່

ແມນເຊັດເຕີ້ ຢູໄນເຕັດ ທີມຍັກໃຫຍ່ແຫ່ງເກາະອັງກິດ ກາຍເປັນທີມທີ່ໄດ້ຈຸດໂທດຫຼາຍທີ່ສຸດໃນບັນດາທີມຈາກ 5 ລີກໃຫຍ່ເອີີຣົບ, ຫຼັງຈາກໄດ້ຈຸດໂທດລູກທີ່ 21 ເກມພົບກັບ ໂຄເປັນເຮເກນ ທີ່ບຣູໂນ ເຟີນັນ ຍິງຈຸດໂທດຊ່ວງທົດເວລາບາດເຈັບໃຫ້ຜີແດງບຽດຊະນະ 1-0 ໃນເສິກຢູໂຣປ້າລີກ ເມືອວັນທີ່ 11 ສິງຫາທີ່ຜ່ານມາ
ຈາກຈຸດໂທດດັ່ງກ່າວເຮັດໃຫ້ ແມນຢູ ກາຍເປັນທີມທີ່ໄດ້ຈຸດໂທດຫຼາຍທີ່ສຸດເໜືອທຸກສະໂມສອນໃນ 5 ລີກໃຫຍ່ເອີຣົບ ໂດຍໄດ້ຈຸດໂທດໄປເເລ້ວເຖີງ 21 ຄັ້ງຈາກທຸກລາຍການທີ່ລົງແຂ່ງຂັນ.


