ສຳເຫຼັດການແຂ່ງຂັນລົດຖີບເພື່ອຂຳນັບຮັບຕ້ອນວັນສ້າງຕັ້ງສູນກາງແນວລາວສ້າງຊາດຄົບຮອບ 70 ປີ

ໃນຕອນເຊົ້າວັນທີ 8ສິງຫານີ້  ສະຫະພັນລົດຖີບແຫ່ງຊາດລາວຮ່ວມກັບສູນກາງແນວລາວສ້າງຊາດ ຈັດການແຂ່ງຂັນການຂີ່ລົດຖີບ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ ເພື່ອຂໍ່ານັບການສ້າງຕັ້ງສູນກາງແນວລາວສ້າງຊາດຄົບຮອບ 70 ປີ, ໂດຍມີຜູ້ເຂົ້າຮ່ວມເກືອບ 1,000 ຄົນ.

ສຳຫຼັບການແຂ່ງຂັນແບ່ງເປັນ 2 ປະເພດ: ປະເພດສາມັກຄີທົ່ວໄປ ແລະ ປະເພດຊີງຂັນ (ທົ່ວໄປ, ອາຍຸ 30-39ປີ ແລະ ສູງກ່ວາ 39 ປີ). ທີ່ມາ: ສະຫະພັນລົດຖີບແຫ່ງຊາດລາວ