ຄວ້າໂຄຕ້າສຸດທ້າຍ..! ຟູແລມບຽດເອົາຊະນະເບນຟອດ 2-1 ກັບຄືນສູ່ພຣີເມຍລີກອັງກິດອິກຄັ້ງ

ການແຂ່ງຂັນບານເຕະ EFL Championship English ຮອບຊີງຊະນະເລີດລະຫວ່າງ ເບນຟອດ ພົບກັບ ເຟູແລມ ທີ່ສະໜາມ ເວັມບຣີ ສະເຕດ້ຽມເມື່ອຄືນທີ່ 4 ສິງຫາທີ່ຜ່ານມາ, ເປີດເກມມານາທີ່ 17 ຟູເເລມໄດ້ບຸກໃສ່ກ່ອນ ແລະ ມີລຸ້ນທັນທີ່ ເເຮຣີສັນ ຣິດເປີດບານຂື້ນໜ້າໃຫ້ກັບ ຈ໋ອດ ໂອໂນມາ ຍິງໄກ ແຕ່ຜູ້ຮັກສາປະຕູ ເບນຟອດກະໂດດປັດເອົາໄວ້ໄດ້.

ເກມການແຂ່ງຂັນເດີນທາງມາໃນນາທີ 30 ເບນຟອດໄດ້ບຸກຂື້ນມາທາງຝັ່ງຊ້າຍເປີດບານເຂົ້າໄປໜ້າກອບເຂດໂທດຂອງຟູແລມ ແລະ ໄດ້ຂື້ນເອົາຫົວຕີ ແຕ່ຜູ້ຮັກສາປະຕູຂອງຟູແລມຢືນຕຳແໜ່ງໄດ້ດີເລີຍຮັບເອົາໄວ້ໄດ້ ຈົບການແຂ່ງຂັນເຄີ່ງເວລາທຳອິດຍັງສະເໝີກັນ 0-0
ສ່ວນເກມແຂ່ງຂັນເຄີ່ງເວລາຫຼັງ ທັ້ງສອງທີມປ່ຽນກັນບຸກ ແລະ ສ້າງສັນເກມຂື້ນມາແຕ່ບໍ່ສາມາບວກປະຕູໄດ້, ຈົບເວລາການແຂ່ງຂັນ 90 ນາທີ ຍັງສະເໝີກັນ 0-0 ຕ້ອງໄດ້ຕໍ່ເວລາພິເສດ,ໃນຊ່ວງຕໍ່ເວລາພິເສດນາທີ 105 ຟູແລມ ໄດ້ປະຕູຂື້ນນຳ 1-0 ຈາກລູກຕັ້ງເຕະໄລຍະ 40 ແມັດເຂົ້າປະຕູຢ່າງສວຍງາມ, ຈາກທີ່ໄດ້ຄວາມໝັ້ນໃຈຂອງ ຟູແລມ ກໍ່ຍັງສາມາດບວກປະຕູເພີ່ມໜີຫ່າງ ເບນຟອດ 2-0 ນາທີທີ່ 117 ເມື່ອ ໂຈ ໄບອັນ ຕໍ່ບານກັບ ອາເລັກຊານດາ ມີິໂຕວິດ ກ່ອນທີ່ຈະຫຼຸດດ່ຽວເຂົ້າໄປຍິງເປັນປະຕູ.
ເກມການແຂ່ງຂັນເດີນທາງມາເຖີງຊ່ວງເວລາທ້າຍເກມ ເປັນເບນຟອດທີ່ ສາມາຕີຕື້ນຟູແລມຂື້ນມາເປັນ 2-1 ນາທີ 120+4 ຈາກລູກເອົາຫົວຕີຂອງ ເຮັນຣິກ ຄານກາດ ຈົບເກມການແຂ່ງຂັນ ຟູແລມ ເອົາຊະນະ ເບນຟອດໄປໄດ້ໃນຊ່ວງຕໍ່ເວລາພິເສດ 2-1 ຄວ້າໂຄຕ້າເລື່ອນຊັ້ນສູ່ພຣີເມຍລີກອັງກິດໃນລະດູການໜ້າທັນທີ່, ຕາມຫຼັງ ລີດ ຢູໄນເຕັດ ແລະ ເວດບຣອມວິດ ອັນລະບ້ຽນທີ່ເລື່ອນຊັ້ນຂື້ນສູ່ພຣີເມຍລີກໄປກ່ອນໜ້ານັ້ນແລ້ວ

