ຮາແລນ ແຊງ ເອັມປັບເປ້ ເປັນນັກເຕະຄ່າໂຕສູງທີ່ສຸດຂອງໂລກ!

ເອີລີງ ຮາແລນ ແຊງ ຄີລິຍານ ເອັມປັບເປ້ ເປັນນັກເຕະທີ່ມີມູນຄ່າສູງສຸດໃນໂລກ ຫລັງລະເບີດຟອມອອກມາຢ່າງຕໍ່ເນື່ອງນັບຕັ້ງແຕ່ຍ້າຍມາຫລິ້ນໃຫ້ ແມນເຊັສເຕີ ຊິຕີ້

ຜົນງານຂອງ ຮາແລນ ໂດດເດັ່ນຢ່າງບໍ່ມີບ່ອນຕິ ນັບຕັ້ງແຕ່ຍ້າຍມາຢູ່ຖິ່ນ ເອຕິຮັດ, ຍິງໄປແລ້ວ 23 ປະຕູຈາກການລົງຫລີ້ນ 17 ນັດໃນລວມທຸກການແຂ່ງຂັນ ສ້າງສະຖິຕິໄປແລ້ວລາກຫລາຍ ລາວເປັນນັກເຕະຄົນທໍາອິດທີ່ຍິງໄດ້ແຮດທຣິກ 3 ນັດຕິດຕໍ່ກັນໃນພຣີເມຍລີກ. ຈົນ​ຖືກ​ຍົກ​ໃຫ້​ເປັນ​ເຄື່ອງ​ຈັກ​ທໍາ​ລາຍ​ປະ​ຕູ

ທານສະເຟີ ມາເກັດ ເປີດເຜີຍມູນຄ່າປັດຈຸບັນຂອງ ຮາແລນ ແມ່ນສູງເຖິງ 170 ລ້ານເອີໂຣ ແຊງໜ້າ ຄີລິຍານ ເອັມປັບເປ້

ອີກໜຶ່ງກອງໜ້າຂອງໂລກຈາກ ປາຣີ ແຊັງ-ແຊັກແມັງ ມູນຄ່າ 160 ລ້ານເອີໂຣ ລື່ນກັນພຽງ 10 ລ້ານເອີໂຣເທົ່ານັ້ນ ແຕ່ ເອັມປັບເປ້ ຍັງມີໂອກາດທີ່ຈະກັບມາຄອງອັນດັບ 1 ພາຍໃນປີນີ້. ຖ້າສາມາດສະແດງຜົນງານຮ້ອນແຮງ ນຳພາທີມຊາດຝຣັ່ງ ຄວ້າແຊ້ມບານໂລກອີກຄັ້ງ.