ພຽງມື້ດຽວມີຜູ້ຕິດເຊື້ອໄຂ້ຍຸງລາຍ 67 ກໍລະນີ

ໃນວັນທີ 31 ກໍລະກົດນີ້, ທ່ານ ດຣ.​ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ​ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ວ່າ: ໃນວັນທີ 30 ກໍລະກົດ 2020 ສປປ ລາວ ເຮົາມີຜູ້ຕິດເຊື້ອທັງໝົດ 67 ກໍລະນີ.

ເຊິ່ງນັບແຕ່ວັນທີ 1 ມັງກອນ 2020 ຫາ ວັນທີ 30 ກໍລະກົດ 2020 ທົ່ວປະເທດມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 4,105 ຄົນ, ໃນນັ້ນແຂວງທີ່ ຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນເຊິ່ງມີເຖິງ 935 ຄົນ, ແຂວງ ວຽງຈັນ 441 ກໍລະນີ, ບໍລິຄຳໄຊ 500 ກໍລະນີ  ແລະ ແຂວງອັດຕະປື 366 ກໍລະນີ. ມີຜູ້ເສຍຊີວິດແລ້ວ 9 ຄົນ (ນະຄອນຫລວງ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ, ໄຊຍະບູລີ 1 ຄົນ ແລະ ຊຽງຂວາງ 1 ຄົນ).

ດັ່ງນັ້ນ, ຕໍ່ສະພາບການດັ່ງກ່າວ ພວກເຮົາຕ້ອງພ້ອມກັນປະຕິບັດຄຳຂັວນທີ່ວ່າ “ບໍ່ມີໜອນນ້ຳຍຸງລາຍ ກໍ່ບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ” ​ແລະພ້ອມກັນປະຕິບັດ 5 ປ ຢ່າງເຄັ່ງຄັດໃຫ້ເປັນປະຈຳຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ ເພື່ອສະກັດກັ້ນພະຍາດໄຂ້ຍຸງລາຍໃຫ້ຫລຸດລົງເທື່ອລະກ້າວ.

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ