ມູນລະນິທິອາສາ (ASA) ສ ເກົາຫລີ ມອບລົດສຸກເສີນແກ່ສະພາແຫ່ງຊາດລາວ ມູນຄ່າ 3 ແສນກວ່າໂດລາ

ວັນທີ 22 ມີນາ 2022, ມູນລະນິທິອາສາ (ASA) ສ ເກົາຫລີ ພິທີມອບຊ່ວຍເຫລືອ (ລົດສຸກເສີນ) ຈໍານວນ 10 ຄັນ ລວມມູນຄ່າ 3 ແສນກວ່າໂດລາ ແລະ ເຊັນສັນຍາການຮ່ວມມືຊ່ວຍເຫລືອ 5 ປີ ລະຫວ່າງ ແລະ ສະພາແຫ່ງຊາດລາວ.
ພິທີມອບ-ຮັບລົດຊ່ວຍເຫລືອ ແລະ ເຊັນສັນຍາການຮ່ວມມືຊ່ວຍເຫລືອຄັ້ງນີ້ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີ.
ໂອກາດດັ່ງກ່າວ, ທ່ານ IM MOOHONG ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເກົາຫລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະມູນລະນິທິອາສາ ສ ເກົາຫລີ ຍັງໄດ້ເຂົ້າຢ້ຽມຂ່ຳນັບທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ເພື່ອລາຍງານຈຸດປະສົງທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຄັ້ງນີ້. ພ້ອມສະເໜີຂໍເປີດສາຂາມູນລະນິທິອາສາ ຢູ່ ສປປ ລາວ ແລະ ປືກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.

