ຂີ້ເຫຍື້ອປລາສະຕິກໃນທະເລອາດເພີ່ມຂຶ້ນເຖິງ 3 ເທົ່າອີກ 20 ປີ ຂ້າງໜ້າ

ຂີ້ເຫຍື້ອປລາສະຕິກໃນທະເລທີ່ເປັນສັດຕູຂອງສັດທະເລ ກຳລັງຈະເພີ່ມປະລິມານຂຶ້ນທະວີຄູນເຖິງ 3 ເທົ່າ ໃນອີກ 20 ປີຂ້າງໜ້າ, ຫາກບໍລິສັດຕ່າງໆ ລວມທັງລັດຖະບານຂອງແຕ່ລະປະເທດຍັງບໍ່ມີມາດຕະການກຳຈັດກັບຂີ້ເຫຍື້ອດັ່ງກ່າວຢ່າງມີປະສິດທິພາບ.

ໂດຍຜົນການສຶກສາຂອງນັກວິທະຍາສາດ ແລະ ຜູ້ຊ່ຽວຊານດ້ານອຸດສາຫະກຳ ຈາກສຳນັກວິໄຈ ພິວ (Pew Research Center) ລະບຸວ່າ: ການໃຊ້ປລາສະຕິກເທື່ອດຽວແລ້ວຖິ້ມເພີ່ມຂຶ້ນຫລາຍໃນຊ່ວງການລະບາດ ພະຍາດໂຄວິດ-19, ທັງໜ້າກາກອະນາໄມ, ຖົງມື ແລະ ກ່ອງໂຟມປລາສະຕິກໃສ່ອາຫານເດລີເວີລີ ເຮັດໃຫ້ປະລິມານຂີ້ເຫຍື້ອປລາສະຕິກໃນທົ່ວໂລກເພີ່ມຂຶ້ນຢ່າງໄວວາ, ເຊິ່ງຈະສົ່ງຜົນໃຫ້ປະລິມານເພີ່ມຂຶ້ນສູງໃນໄລຍະຍາວ, ຖ້າທຸກໜ່ວຍງານທົ່ວໂລກຍັງບໍ່ເລັ່ງດຳເນີນການແກ້ໄຂ ຈຳນວນຂີ້ເຫຍື້ອທີ່ຈະລົງໄປຢູ່ທະເລຈະເພີ່ມຂຶ້ນຈາກ 11 ລ້ານໂຕນ ໄປເປັນ 29 ລ້ານໂຕນ ຕໍ່ປີ. ເຮັດໃຫ້ປະລິມານຂີ້ເຫຍືອໃນທະເລສະສົມ ຈະສູງເຖິງ 600 ລ້ານໂຕນໃນປີ 2040 ທຽບເທົ່າກັບນ້ຳໜັກຂອງ ປາວານສີຟ້າ 3 ລ້ານໂຕ.

ທ່ານ ວິນນີ່ ເລົາ ຜູ້ຈັດການອາວຸໂສສຳນັກວິໄຈ ພິວ ແລະ ຜູ້ຮ່ວມຂຽນງານວິໄຈນີ້ ກ່າວວ່າ: ບັນຫາຂີ້ເຫຍື້ອປລາສະຕິກເປັນເລື່ອງທີກະທົບຕໍ່ທຸກຄົນບໍ່ແມ່ນເປັນພຽງບັນຫາຂອງໃຜຄົນໃດຄົນໜຶ່ງ ຫລື ປະເທດໃດປະເທດໜຶ່ງ ແລະ ຈະຮ້າຍແຮງລົງໄປຖ້າຫາກທຸກຄົນບໍ່ເລີ່ມແກ້ໄຂໄປພ້ອມກັນ. ເຊິ່ງນອກຈາກການວິໄຈນີ້ຈະຊີ້ພາບທີ່ຈະເກີດຂຶ້ນແລ້ວ ຍັງໄດ້ໃຫ້ແນວທາງແກ້ໄຂບັນຫາທີ່ຈະສາມາດຫລຸດປະລິມານຂີ້ເຫຍື້ອທີ່ຈະລົງໄປສູ່ທະເລໄດ້ຫລາຍກວ່າ 80%, ໂດຍແນວທາງການແກ້ໄຂບັນຫາທີ່ສຳຄັນໄດ້ແກ່ການຫັນໄປລົງທຶນກັບການຫຸ້ມຫໍທາງເລືອກແທນການໃຊ້ປລາສະຕິກ, ໃຫ້ຕັ້ງໂຮງງານຣີໄຊເຄີລ ແລະ ແຫ່ງເກັບຮວບຮວມຂີ້ເຫຍື້ອໃນປະເທດກຳລັງພັດທະນາ, ຂະນະທີ່ອຸດສາຫະກຳພະລັງງານຕ້ອງຫັນມາປ່ຽນແນວທາງ ໂດຍເນັ້ນການໃຊ້ພະລັງງານສະອາດຫລາຍຂຶ້ນ, ສ່ວນລັດຖະບານຄວນບັງຄັບໃຊ້ກົດໝາຍຢຸດຜະລິດປລາສະຕິກ ແລະ ຫາວັດສະດຸອື່ນມາເປັນທາງເລືອກທົດແທນ.

 

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ