15 ເຮືອນຮູບຊົງແປກສຸດ ທີ່ບໍ່ຄິດວ່າຈະມີຢູ່ໃນໂລກ

ເຮືອນເປັນສະຖານທີ່ຢູ່ອາໄສສໍາຄັນຕໍ່ມະນຸດທຸກໆຄົນທີ່ສຸດ ແລະ ຄົນສ່ວນຫລາຍບໍ່ສາມາດຂາດໄດ້ ເຊິ່ງສ່ວນຫຼາຍແລ້ວເຮືອນແຕ່ລະຫຼັງຈະມີຮູບແບບພາຍໃນທີ່ບໍ່ແຕກຕ່າງກັນຫຼາຍປານໃດ, ແຕ່ວ່າໃນໂລກຂອງເຮົານັ້ນມີເຮືອນຮູບຊົງແປກໆຢູ່ເຊັ່ນ:

  1. ເຮືອນຕີລັງກາກັບຫົວ ຢູ່ປະເທດຣັດເຊຍ

ຈຸດປະສົງໃນການສ້າງເຮືອນຫຼັງນີ້ ຄືໃຊ້ເພື່ອຢູ່ອາໄສ ແຕ່ຕອນນີ້ພັດກາຍເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂອງປະເທດຣັດເຊຍໄປແລ້ວ, ເຖິງວ່າພາຍນອກຂອງເຮືອນຈະຕີລັງກາກັບຫົວ ແຕ່ສິ່ງຂອງຕ່າງໆພາຍໃນບໍ່ໄດ້ກັບຫົວ.

  1. ເຮືອນໂປ່ງໃສ ຢູ່ປະເທດຍີ່ປຸ່ນ

ເຮືອນນີ້ມີອີກຊື່ໜຶ່ງວ່າ “House NA” ມີເນື້ອທີ່ 914 ຕາແມັດ ສ້າງຂຶ້ນໂດຍ Sou Fujimoto  ເຊິ່ງໄດ້ແຮງບັນດານໃຈຈາກການເປີດເຜີຍຕົວຕົນບໍ່ມີການປິດບັງຫຍັງ.

  1. ເຮືອນຫຼັງຄາແສງຕາເວັນ ຢູ່ປະເທດຝຣັ່ງ

ເຮືອນຫຼັງນີ້ອອກແບບໃຫ້ເປັນມຸມເພື່ອຮັບແສງດວງຕາເວັນ ເມື່ອແສງສ່ອງຜ່ານແວ່ນເຂົ້າມາໃນເຮືອນຈະປ່ຽນເປັນພະລັງງານເພື່ອສ້າງຄວາມອົບອຸ່ນພາຍໃນເຮືອນ.

  1. ເຮືອນກາງນໍ້າ ຢູ່ປະເທດແຊກບີ

ເຮືອນຫຼັງນີ້ຖືກສ້າງຂຶ້ນໃນປີ 1968 ໂດຍກຸ່ມໜຶ່ງ ເພື່ອໃຊ້ສໍາລັບນອນອາບແດດ ເຊິ່ງເປັນທີ່ຮູ້ຈັກຫຼາຍຂຶ້ນຈາກການຕີພິມລົງໃນໜັງສືຂອງ National Geographic ແລະ ເກືອບຖືກທໍາລາຍຫຼາຍຄັ້ງຈາກເຫດການນໍ້າຖ້ວມ.

  1. ເຮືອນເທິງເກາະ ຢູ່ປະເທດອຽກລັງ

ເຮືອນຫຼັງນີ້ຢູ່ເກາະສ່ວນຕົວ ສ້າງຂຶ້ນໂດຍສະມາຄົມລ່າສັດ Ellidaey      ໃນປີ 1953 ເຊິ່ງພາຍໃນເຮືອນບໍ່ມີສິ່ງອໍານວຍຄວາມສະດວກຕ່າງໆ ລວມທັງໄຟຟ້າ ແລະ ນໍ້າປະປາ.

  1. ເຮືອນຮູບເຫັດ ຢູ່ຣັດໂອໄຮໂອ ປະເທດສະຫະລັດອາເມລິກາ

ເຮືອນຫຼັງນີ້ອອກແບບໂດຍ Terry Brown ແລະ ຄະນະອາຈານຈາກຄະນະສະຖາປັດຕະຍະກໍາສາດ ແລະ ການອອກແບບຕົກແຕ່ງພາຍໃນ University of Cincinnati ເຊິ່ງເປັນສ່ວນໜຶ່ງຂອງສາທາລະນະ Hyde Park.

  1. ເຮືອນໜ່ວຍບານຕົ້ນໄມ້ ຢູ່ປະເທດການາດາ

ເຮືອນມົນຄືໜ່ວຍບານຢູ່ກາງປ່າ ໄດ້ບັນຍາກາດໃກ້ຊິດກັບທໍາມະຊາດສຸດໆ.

  1. ເຮືອນເຫຼັກຊົງແປກ ຢູ່ຣັດເທັກຊັດ ປະເທດສະຫະລັດອາເມລິກາ

ເຮືອນຫຼັງນີ້ສ້າງຈາກເຫຼັກ 110 ໂຕນ ແລະ ໃຊ້ເວລາຫລາຍກວ່າ 23 ປີຈຶ່ງສໍາເລັດ.

  1. ເຮືອນໃຕ້ດິນ ຢູ່ປະເທດສະວິດ

ເຮືອນຫຼັງນີ້ສ້າງຂຶ້ນໂດຍ Christian Muller ແລະ ສະຖາປານິກຊາວໂຮນລັງທ່ານໜຶ່ງ ຕັ້ງຢູ່ບໍລິເວນເປີ້ນພູ ເຊິ່ງໂຄງສ້າງຂອງເຮືອນນັ້ນເຮັດມາຈາກຫີນ.

  1. ເຮືອນກາງຊ່ອງແຄບ ຢູ່ປະເທດໂປໂລຍ

ເຮືອນຫຼັງນີ້ມີເນື້ອທີ່ຄວາມກວ້າງບໍ່ຮອດ 4 ແມັດ ແລະ ໃຊ້ເປັນບ່ອນຢູ່ອາໄສ ເຊິ່ງບໍ່ວ່າຈະເຮັດຫຍັງກໍຕາມໃນເຮືອນຫຼັງນີ້ ຕ້ອງໃຊ້ຄວາມສະມັດລະວັງຫລາຍ ເພາະມີເນື້ອທີ່ໜ້ອຍ ແລະ ຈໍາກັດ.

  1. ເຮືອນຫີນ ຢູ່ປະເທດປອກຕຸຍການ

ເຮືອນຫຼັງນີ້ສ້າງຈາກຫີນກ້ອນໃຫຍ່ 2 ກ້ອນທີ່ຕັ້ງຢູ່ໃກ້ໆກັນ ແລະ ເພີ່ມຫຼັງຄາໃສ່ ເພື່ອຄວາມປອດໄພຫຼາຍຂຶ້ນໃນການຢູ່ອາໄສ.

  1. ເຮືອນເປືອກຫອຍ ຢູ່ປະເທດເມັກຊິກ

ເຮືອນຫຼັງນີ້ສ້າງຂຶ້ນໂດຍສະຖາປານິກຊື່ວ່າ Javier Senosiain ໃນປີ 2006 ເພື່ອໃຊ້ໃນການຢູ່ອາໄສ ແລະ ເພື່ອໃຫ້ມີຄວາມກົມກືນກັບທໍາມະຊາດອ້ອມຂ້າງ ຈຶ່ງຖືກອອກແບບເປັນຮູບນີ້.

  1. ເຮືອນໃນຖໍ້າ

ເຮືອນຫຼັງນີ້ມີການອອກແບບໃນຮູບແບບທັນສະໄໝ ແຕ່ສ້າງໄວ້ພາຍໃນຖໍ້າ ແລະ ພາຍໃນເຮືອນມີສິ່ງອໍານວຍຄວາມສະດວກທີ່ມີຄວາມທັນສະໄໝ.

  1. ເຮືອນຫີນ ຢູ່ປະເທດຣູມານີ

ຖືກສ້າງຂຶ້ນມາໃຫ້ມີຄວາມກົມກືນຫຼາຍທີ່ສຸດກັບທໍາມະຊາດ ເນື່ອງຈາກມີຈຸດປະສົງເພື່ອໃຊ້ໃນການລ່າສັດນັ້ນເອງ.

  1. ເຮືອນເທິງຜາສູງ ຢູ່ປະເທດສະວິດ

ຖືກສ້າງຢູ່ເທິງຜາ ເຊິ່ງມີຄວາມສູງຈາກພື້ນດິນເຖິງ 13.000 ແມັດ ແລະ ຈາກທີ່ຕັ້ງຢູ່ບ່ອນສູູງ ຈຶ່ງເຮັດໃຫ້ມີສະພາບອາກາດໜາວເຢັນຕະຫຼອດ