ອາເມລິກາບັນລຸຂໍ້ຕົກລົງໃນການສັ່ງຊື້ວັກແຊງ ຈາກ Pfizer ແລະ BioNTech ຈຳນວນ 600 ລ້ານໂດສ

ຫລ້າສຸດອາເມລິກາໄດ້ຕົກລົງຈະຈ່າຍເງິນ 1,95 ພັນລ້ານໂດລາໃຫ້ວັກແຊງປິ່ນປົວ COVI-19 ຈຳນວນ 100 ລ້ານໂດສທີ່ພັດທະນາໂດຍ Pfizer ແລະ BioNTech ເຊິ່ງເປັນຂັ້ນຕອນຫລ້າສຸດຂອງລັດຖະບານໃນການປິດກັ້ນປະເທດອື່ນຈາກການເຂົ້າເຖິງຢາປິ່ນປົວ ເພື່ອຕໍ່ສູ້ກັບພະຍາດລະບາດ.
ອາເມລິກາຈະຈ່າຍເງິນໃຫ້ບໍລິສັດຜູ້ຜະລິດຢາ ຫລັງຈາກພວກເຂົາໄດ້ຮັບວັກແຊງຄົບຕາມຈຳນວນທີ່ຕົກລົງກັນໄວ້ ເຊິ່ງລັດຖະບານມີສິດສັ່ງເພີ່ມໄດ້ອີກ 500 ລ້ານໂດສ.
ຫຸ້ນຂອງ Pfizer ເພີ່ມຂຶ້ນຫລາຍກວ່າ 5% ໃນຕະຫລາດຊື້ຂາຍລ່ວງໜ້າ, ຂະນະທີ່ຫຸ້ນຂອງ BioNTech ເພີ່ມຂຶ້ນປະມານ 5%.
ຫລາຍປະເທດທົ່ວໂລກໄດ້ເລີ່ມສັ່ງຊື້ວັກແຊງ ເຊິ່ງກຳລັງຢູ່ໃນໄລຍະຂອງການທົດລອງ ໂດຍການກະທຳແບບນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມຈະບັນເທົາຜົນກະທົບຈາກການລະບາດຂອງ COVID-19 ເຊິ່ງປັດຈຸບັນໄດ້ຂ້າຊີວິດຄົນໄປແລ້ວຫລາຍກວ່າ 6 ແສນຄົນທົ່ວໂລກ ນັບແຕ່ຕົ້ນປີຜ່ານມາ.
ນອກຈາກນີ້ ອາເມລິກາຍັງໄດ້ສັ່ງຊື້ວັກແຊງທີ່ພັດທະນາໂດຍມະຫາວິທະຍາໄລ Oxford ແລະ ບໍລິສັດ AstraZeneca ແລ້ວເຊັ່ນກັນ ເຖິງວ່າຢາດັ່ງກ່າວຍັງຢູ່ຂັ້ນຕອນການທົດລອງກໍຕາມ.
ຈາກການຄິດໄລ່ມູນຄ່າການສັ່ງຊື້ຄັ້ງທຳອິດ ທຽບໃສ່ຈຳນວນ 100 ລ້ານໂດສຂອງຢານັ້ນ ພົບວ່າອາເມລິກາກຳລັງຊື້ຢາໃນລາຄາ 20 ໂດລາຕໍ່ 1 ໂດສ ແລະ ຖ້າວັກແຊງນີ້ສາມາດປ້ອງກັນພະຍາດໄດ້ໂດຍການໃຊ້ພຽງຄັ້ງດຽວ ຈະເທົ່າກັບວ່າບໍລິສັດ Pfizer ຈະໄດ້ຮັບເງິນສຸດທິຈາກການຂາຍຢານີ້ໃຫ້ອາເມລິກາຫລາຍກວ່າ 1,5 ໝື່ນລ້ານໂດລາ.
ຂໍ້ຕົກລົງຂອງອາເມລິກາທີ່ປະກາດອອກມາຫລ້າສຸດ ໄດ້ສ້າງຄວາມກັງວົນໃຫ້ແກ່ຕະຫລາດໃນເລື່ອງປະລິມານ Supply ໃນຢາດັ່ງກ່າວ ໂດຍສະເພາະປະເທດທຸກຍາກທົ່ວໂລກ ເຊິ່ງກຳລັງຈະຖືກຖິ້ມໄວ້ທາງຫລັງ ເນື່ອງຈາກບໍລິສັດເຫລົ່ານີ້ຍິນດີຈະສົ່ງມອບວັກແຊງໃຫ້ໃຜກໍຕາມທີ່ຈ່າຍໃຫ້ພວກເຂົາໃນລາຄາສູງທີ່ສຸດ.
ແນ່ນອນວ່າປະເທດທີ່ໄດ້ຮັບວັກແຊງກ່ອນມັກຈະເປັນປະເທດຮັ່ງມີເຊັ່ນ: ອາເມລິກາ, ອັງກິດ ແລະ ປະເທດອື່ນໆໃນເຂດເອີຣົບ ເຊິ່ງປັດຈຸບັນ ພວກເຂົາທັງໝົດໄດ້ເຮັດຂໍ້ຕົກລົງໃນຄຳສັ່ງຊື້ກັບບໍລິສັດຜູ້ຜະລິດຮຽບຮ້ອຍແລ້ວ.
ວັກແຊງຂອງ Pfizer ຈະພ້ອມແຈກຢາຍໃຫ້ຊາວອາເມລິກາເຂົ້າເຖິງຟຣີ. ຕາມລາຍງານຂອງລັດຖະບານ ໂດຍການເຄື່ອນໄຫວຄັ້ງນີ້ ເປັນສ່ວນໜຶ່ງຂອງການລິເລີ່ມກັກກັ້ນວັກແຊງໄວ້ໃຊ້ພາຍໃນອາເມລິກາ.

