Moderna ເລີ່ມທົດລອງທາງຄລີນິກ ວັກຊີນກະຕຸ້ນສຳລັບເຊື້ອໂອມິຄຣອນໂດຍສະເພາະ

Moderna ຜູ້ຜະລິດວັກຊີນປ້ອງກັນໂຄວິດລາຍໃຫຍ່ຂອງໂລກ ປະກາດໃນວັນທີ 26 ມັງກອນວ່າ: ທາງບໍລິສັດໄດ້ເລີ່ມການທົດລອງທາງຄລີນິກໃນຜູ້ໃຫຍ່ສຳລັບວັກຊີນເຂັມກະຕຸ້ນທີ່ໃຊ້ກັບເຊື້ອໂຄວິດສາຍພັນໂອມິຄຣອນໂດຍສະເພາະ.

ການສຶກສານີ້ຖືເປັນການທົດລອງວັກຊີນກະຕຸ້ນທີ່ໃຊ້ກັບເຊື້ອໂອມິຄຣອນໃນມະນຸດຄັ້ງທຳອິດຂອງ Moderna ໂດຍບໍລິສັດຈະສຶກສາການຕອບສະໜອງທາງພູມຕ້ານທານ ແລະ ຄວາມປອດໄພຂອງວັກຊີນ ເຊິ່ງຄາດວ່າຈະມີອາສາສະໝັກເຂົ້າຮ່ວມທົດລອງປະມານ 300 ຄົນ.

“ເຮົາໝັ້ນໃຈໄດ້ເຖິງການຄົງຢູ່ຂອງແອນຕິບໍດີຕໍ່ເຊື້ອໂອມິຄຣອນເປັນເວລາ 6 ເດືອນ ຫລັງຈາກໄດ້ວັກຊີນເຂັມກະຕຸ້ນ mRNA-1273 ທີ່ຜ່ານການອະນຸຍາດ 50 ໄມໂຄກຣາມ” ສເຕຟານ ບັນເຊລ ຜູ້ບໍລິຫານຂອງບໍລິສັດ Moderna ລະບຸໃນຄຳຖະແຫລງ. “ເຖິງຢ່າງໃດກໍຕາມ, ຈາກໄພຄຸກຄາມໄລຍະຍາວທີ່ເຊື້ອສາຍພັນໂອມິຄຣອນສາມາດຫລົບຫລີກພູມຕ້ານທານໄດ້ ເຮົາຈຶ່ງພັດທະນາວັກຊີນເຂັມກະຕຸ້ນທີ່ໃຊ້ສຳລັບເຊື້ອສາຍພັນໂອມິຄຣອນໂດຍສະເພາະ ແລະ ເຮົາມີຄວາມຍິນດີທີ່ໄດ້ເລີ່ມການສຶກສາໄລຍະທີ 2”.

ກ່ອນໜ້ານີ້ ບັນເຊລ ເຄີຍຄາດການໄວ້ວ່າ: ວັກຊີນກະຕຸ້ນນີ້ຈະພ້ອມນຳໃຊ້ໄວທີ່ສຸດພາຍໃນລະດູໃບໄມ້ຫລົ່ນປີນີ້.

ອ້າງອີງ: