ການກຳເນີດຮີດຄອງປະເພນີລາວ ບຸນເຂົ້າກຳ (ບຸນເດືອນຈຽງ)

ຮີດຄອງປະເພນີລາວ ກຳເນີດມາແຕ່ສະໄໝບູຮານນະການ ແລະ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະແຕ່ສະໄໝເຈົ້າຟ້າງຸ່ມມະ ຫາລາດເປັນຕົ້ນມາ, ປະຊາຊົນລາວທຸກເຜົ່າສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນສ້າງປະເທດ, ສ້າງພື້ນຖານວັດທະນະທຳ, ສົ່ງເສີມພູມປັນ ຍາຂອງປະຊາຊົນ. ເມື່ອສາສະໜາຈະເລີນຮຸ່ງເຮືອງ, ສາສະໜາສະ ຖານໄດ້ກາຍເປັນສູນກາງວັດທະນະທຳ, ເປັນໂຮງຮຽນ, ເປັນສູນບຳ ລຸງຈິດໃຈ, ເປັນຫໍພິພິທະພັນ ທັງເປັນບ່ອນທຳບຸນສິນກິນທານ. ພະ ສົງ-ສາມະເນນ ແລະ ປະຊາຊົນ ໄດ້ປະຕິບັດພາລະບົດບາດ ແລະ ໜ້າທີ່ສຳຄັນໃນການອະນຸລັກ ແລະ ເຜີຍແຜ່ມູນເຊື້ອວັດທະນະທຳ,ຮີດຄອງປະເພນີອັນດີງາມຢ່າງຕັ້ງໜ້າຈົນກາຍເປັນຊັບສົມບັດອັນລ້ຳຄ່າຂອງຊາດລາວເຮົາສືບມາເຖິງປັດຈຸບັນ.

ບັດນີ້ມາຮູ້ຈັກ ແລະ ສ້າງຄວາມເຂົ້າໃຈ ຮີດ 12 ຄອງ 14 ກັນໃຫ້ຫລາຍຂຶ້ນ ໂດຍສະເພາະ ຮີດ 12 ຊຶ່ງຄໍາວ່າ: ຮີດສິບສອງນັ້ນເປັນຄໍາແຜງ ມາຈາກຄໍາປາລີ ຄື: “ຈາຣິຕະ” ໝາຍເຖິງ: ຂະນົບທໍານຽມ, ແບບແຜນ, ຂໍ້ປະຕິບັດອັນດີງາມ ຫຼື ປະເພນີຕ່າງໆ ໂດຍບຸບພະຊົນລາວເຮົາໄດ້ປະດິດຄິດສ້າງ ສິ່ງເຫຼົ່ານັ້ນຂຶ້ນມາໃນອະດີດຕະ ການ ພາຍໃຕ້ຄໍາສັ່ງສອນທາງພະພຸດທະສາສະໜາ ແລະ ໄດ້ນໍາພາອະນຸຊົນຄົນຮຸ່ນຫຼັງ ປະພຶດປະຕິບັດສືບຕໍ່ກັນມາຈົນມາຮອດປັດຈຸບັນ. ເພິ່ນໄດ້ແບ່ງຮີດອອກເປັນ 12 ປະເພດ ທີ່ເຮົາເອີ້ນວ່າຮີດ 12 ແລະໝາຍເຖິງຂະນົບທໍານຽມ, ແບບແຜນ, ຂໍ້ປະຕິບັດ ແລະ ປະເພນີອັນດີງາມທີ່ໄດ້ປະພຶດປະຕິບັດມາ ຕາມແຕ່ລະເດືອນໃນຮອບປີເຊັ່ນ:
ຮີດທີ 1 ບຸນເຂົ້າກໍາ (ບຸນເດືອນຈຽງ)
ຮີດທີ 2 ບຸນຄູນລານ (ບຸນກອງເຂົ້າ)
ຮີດທີ 3 ບຸນເຂົ້າຈີ່ (ບຸນມາຄະບູຊາ)
ຮີດທີ 4 ບຸນພະເຫວດ (ບຸນມະຫາຊາດ)
ຮີດທີ 5 ບຸນປີໃໝ່ລາວ (ບຸນສົງການ)
ຮີດທີ 6 ບຸນວິສາຂະບູຊາ (ບຸນບັ້ງໄຟ)
ຮີດທີ 7 ບຸນບູຊາເທພາອາຣັກ(ຊໍາຮະ)
ຮີດທີ 8 ບຸນເຂົ້າວັດສາ(ພັນສາ)
ຮີດທີ 9 ປະເພນີບຸນຫໍ່ເຂົ້າປະດັບດິນ
ຮີດທີ 10 ບຸນຫໍ່ເຂົ້າສາກ(ເຂົ້າສາກ)
ຮີດທີ 11 ບຸນອອກພັນສາ-ປະວໍລະນາ
ຮີດທີ 12 ປະເພນີບຸນກະຖິນ.

ປະເພນີທີ 1 : ບຸນເຂົ້າກຳ (ບຸນເດືອນຈຽງ)

ບຸນເຂົ້າກຳຄືບຸນທີ່ຈັດຂື້ນໃນເດືອນ 1 (ເດືອນຈຽງ ຫຼື ເດືອນອ້າຍ) ຊຶ່ງເປັນເດືອນທຳອິດຂອງປີ ທີ່ຊາວລາວຈະຕ້ອງປະກອບພິທີບຸນກັນຈົນເປັນປະເພນີ. ເມື່ອເດືອນຈຽງມາເຖິງແລ້ວນັ້ນ ໃຫ້ພາກັນລ້ຽງຜີມົດຜີໝໍ, ຜີຟ້າ, ຜີແຖນ ແລະ ບຸນເຂົ້າກຳນີ້ ເປັນກິດຈະກຳຂອງພະສົງ ໂດຍສະເພາະພະສົງທີ່ເຮັດຜິດພະວິໄນຕ້ອງເຂົ້າປະຣິວາດສະກຳ ຊຶ່ງເປັນການທຳ ເພື່ອອອກຈາກອາບັດສັງຄາທິເສດ.
ທຸກໆປີເພິ່ນຈະເຮັດບຸນເຂົ້າກໍາໃນເດືອນຈຽງ ຫຼື ເດືອນອ້າຍເປັນວິທີເຮັດບຸນ ໂດຍພະສົງເຂົ້າໄປຢູ່ໃນທີ່ຈໍາກັດເພື່ອທໍາຄວາມພຽນທາງກາຍ ແລະ ຈິດໃຈໃຫ້ຫາຍຈາກກໍາ ຄືພົ້ນຈາກອາບັດສັງຄາທິເສດ ແລະ ຊໍາລະຈິດໃຈໃຫ້ຜ່ອງໃສຕາມປົກກະຕິ ໂດຍເພິ່ນຈະເຮັດດົນເຖິງເກົ້າລາຕີ ຫຼື ເກົ້າຄືນເພາະວ່າຊາວລາວເຮົາເຊື່ອກັນວ່າການຢູ່ກໍາເປັນການເຮັດບຸນ ເພື່ອທົດແທນພະຄຸນຂອງແມ່ເນື່ອງຈາກແມ່ເຄີຍຢູ່ກໍາ ຫຼື ຢູ່ໄຟທໍລະມານຮ່າງກາຍມາແລ້ວເມື່ອເກີດລູກໃໝ່. ຂະນະທີ່ພະພິກຂຸສົງເຂົ້າກໍາຢູ່ນັ້ນ, ຊາວບ້ານໄດ້ເຮັດບຸນເປັນໂອກາດຮັກສາສິນ, ຖວາຍການອຸປະຖໍາດ້ວຍປັດໄຈໄທຍະທານຕ່າງໆ ເມື່ອຮອດມື້ອອກກໍາກໍເຮັດ ບຸນສະຫຼອງການອອກກໍາ ອີກເທື່ອໜຶ່ງ ຊຶ່ງເພິ່ນນິຍົມເຮັດໃນມື້ 15 ຄໍ່າ ເດືອນອ້າຍຖືວ່າ ຊາວພຸດເຮົາຈະໄດ້ຮັບບຸນຫຼາຍ.

ແນວໃດກໍດີມາຮອດປັດຈຸບັນ, ການເຮັດບຸນເຂົ້າກໍາເກືອບວ່າຢາກໝົດໄປແລ້ວ, ແຕ່ບາງທ້ອງຖິ່ນກໍຍັງເຮັດຢູ່; ສ່ວນຢູ່ໃນເຂດຕົວເມືອງບາງບ່ອນກໍບໍ່ໄດ້ເຮັດ ເນື່ອງຈາກຈຸດພິເສດຂອງວັດແຕ່ລະແຫ່ງບໍ່ຄືກັນ, ບາງແຫ່ງກໍມີຜູ້ເຖົ້າອາວຸໂສທີ່ເປັນຄົນພື້ນຖານ ເຄີຍເຮັດວຽກຢູ່ນໍາວັດ ນໍາວາຫຼາຍປີ ຫຼືເຄີຍບວດມາຫຼາຍປີ ແລະ ໄດ້ສິກອອກມາແລ້ວແຕ່ຍ້ອນແນວຄິດຈິດໃຈ ຍັງຜູກພັນຢູ່ນໍາວັດວາອາຮາມ ແລະ ຜ້າເຫຼືອງຢູ່ຈຶ່ງໄດ້ເປັນບ່ອນອີງໃຫ້ພະສົງອົງຄະເຈົ້າທັງຫຼາຍ ຈະໄດ້ເຮັດບຸນ ດ້ວຍຕົນເອງເພື່ອເປັນການລ້າງບາບ ຫຼື ສິ່ງຊົ່ວຮ້າຍທັງປວງເຮັດໃຫ້ຈິດໃຈຜ່ອງໃສດີ. ຂະນະດຽວກັນ ກໍຍັງມີບາງບ່ອນຂາດ ຜູ້ເພິ່ງພາອາໄສກໍຄືຂາດທີ່ປຶກສາ ແລະ ຢູ່ເຂດນອກ ບາງບ້ານເກືອບບໍ່ມີຮອດວັດ ຖ້າມີວັດຕ້ອງແມ່ນສອງ-ສາມບ້ານ/ວັດ ຫຼື ມີວັດມີພະສົງສາມະເນນແຕ່ອາຍຸ ການການບວດຍັງບໍ່ຫຼາຍພຽງສອງ-ສາມ ພັນສາ, ການສຶກສາຄົ້ນຄວ້າຍັງບໍ່ທັນເລິກເຊິ່ງ ແລະ ບໍ່ທັນເຂົ້າໃຈເຖິງບັນຫາພິທີທໍາຕ່າງໆ ຈຶ່ງເຮັດໃຫ້ພິທີເຮັດບຸນເຂົ້າກໍານີ້ ຈືດຈາງໄປເທື່ອລະເລັກລະໜ້ອຍ.