ຝົນຕົກໜັກ ນໍ້າໄຫຼຊຸແຮງ ທຸກເຂື່ອນໃນຈີນຕ້ອງລະບາຍນໍ້າອອກ

ສຳນັກຂ່າວ CGTN ໃຫ້ຮູ້ວັນທີ 20 ກໍລະກົດນີ້ວ່າ: ແມ່ນໍ້າຈຳນວນໜຶ່ງ ແລະ ເຂື່ອນນໍ້າໃຫ່ຍຢູ່ໃນມົນທົນ ອັ່ນຮຸຍ ລະດັບນໍ້າໄດ້ເພີ່ມຂຶ້ນສູງຈົນກາຍຂີດເຕືອນໄພອັນຕະລາຍ ນັບແຕ່ທ້າຍອາທິດທີ່ຜ່ານມາ. ໂດຍສະເພາະແມ່ນສູນເຕືອນໄພ Wangjiaba ໃນແມ່ນໍ້າ ຮ້ວຍຮ່າ( Hoai Ha) ແລະ ສູນເຕືອນໄພ Zhongmiao ໃນເຂື່ອນ ທະເລສາບ ສາວຫູ.

ໃນຂະນະດຽວກັນ, ສູນເຕືອນໄພແຫ່ງຊາດຈີນພະຍາກອນວ່າ ຝົນຍັງຈະສືບຕໍ່ຕົກໜັກຢູ່ຫຼາຍທ້ອງຖິ່ນໃນມົນທົນ ເຮຍຫຼົງຈຽງ, ປ່າຊາຍ, ຫຼຽວນິນ, ກຸ່ຍເຈົາ, ກວາງຊີ, ແວນແບມ ແລະ ຕິເບດ.

CGTN ອ້າງອີງຂໍ້ມູນທາງການໃຫ້ຮູ້ວ່າ: ນັບແຕ່ເດືອນມີຖຸນາເປັນຕົ້ນມາ ໄດ້ມີຫຼາຍກວ່າ 140 ເສຍຊີວິດ ແລະ ຫາຍສາບສູນຈາກໄພພິບັດນໍ້າຖ້ວມຄັ້ງນີ້. ກະຊວງຊົນລະປະທານຂອງຈີນໃຫ້ຮູ້ວ່າ: ປັດຈຸບັນມີເຖິງ 433 ແມ່ນໍ້າໃນທົ່ວປະເທດຈີນຢູ່ໃນຄວາມສ່ຽງ ແລະ ອັນຕະລາຍ, ໃນນັ້ນມີ 33 ແມ່ນໍ້າທີ່ລະດັບນໍ້າຂຶ້ນສູງຜິດປົກກະຕິ. ມາເຖິງປັດຈຸບັນນັບລ້ານໆຄົນຕ້ອງອົບພະຍົບອອກຈາກ 27 ເຂດແຂວງໃນທົ່ວປະເທດຈີນ. ໃນນັ້ນແຂວງທີ່ມີຄວາມສ່ຽງອັນຕະລາຍ ແລະ ຈະໄດ້ຮັບຜົນກະທົບໜັກກວ່າໝູ່ແມ່ນແຂວງ ຈຽງຊີ, ອັ່ນຮຸຍ, ຫູເປີຍ ພິເສດ ແມ່ນແຂວງ ອັ່ນຮຸຍ ຝົນຕົກໜັກໄດ້ສົ່ງຜົນກະທົບຕໍ່ 80 ເມືອງ, 14 ນະຄອນ. ມາຮອດວັນທີ 19 ກໍລະກົດນີ້, ໄດ້ມີ 4 ລ້ານຄົນໃນແຂວງດັ່ງກ່າວໄດ້ຮັບຜົນກະທົບຈາກນໍ້າຖ້ວມ, 660 ຄົນອົບພະຍົບໄປຢູ່ບ່ອນປອກໄພ, ປະມານ 480,000 ເຮັກຕາສວນຕົ້ນໄມ້ກິນໝາກຖືກເສຍຫາຍ ແລະ ກະທົບຕໍ່ເສດຖະກິດປະມານ 15,27 ຕື້ຢວນ ຫຼື ປະມານ 2,18 ຕຶ້ USD.

ຂ່າວ: ລູກເມືອງພວນ