ເສດຖະກິດອິນໂດເນເຊຍປີຜ່ານມາ ເຕີບໃຫຍ່ເກີນຄາດເລັກໜ້ອຍ

ລວມຍອດຜະລິດຕະພັນພາຍໃນຂອງອິນໂດເນເຊຍໃນປີ 2018 ຂະຫຍາຍຕົວ 5,17% ດີກວ່າທີ່ມີການຕີລາຄາໄວ້ກ່ອນໜ້ານີ້ເລັກໜ້ອຍ, ແຕ່ຍັງຕໍ່າກວ່າເປົ້າໝາຍຂອງລັດຖະບານ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຂອງອິນໂດເນເຊຍ (BPS) ອອກລາຍງານກ່ຽວກັບສະຖານະການທາງເສດຖະກິດຂອງປະເທດ ເຊິ່ງມີຂະໜາດໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ໃນປີຜ່ານມາຂະຫຍາຍຕົວ 5,17% ດີຂຶ້ນກວ່າທີ່ຫລາຍຝ່າຍຄາດຄະເນໄວ້ກ່ອນໜ້ານີ້ເລັກໜ້ອຍ. ຂະນະທີ່ GDP ສະເພາະໄຕມາດທີ 4 ເຊິ່ງເປັນໄຕມາດສຸດທ້າຍຂອງປີຜ່ານມາເຕີບໃຫຍ່ໃນອັດຕາ 5,18% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີ 2017.
ເຖິງວ່າສະຖິຕິ GDP ຂອງປີຜ່ານມາຖືວ່າດີທີ່ສຸດນັບແຕ່ປີ 2012, ແຕ່ຍັງຕໍ່າກວ່າເປົ້າໝາຍຂອງລັດຖະບານ ເຊິ່ງກຳນົດໄວ້ 5,4% ແລະ ເປົ້າໝາຍສ່ວນຕົວຂອງປະທານາທິບໍດີ ໂຈໂຄ ວິໂດໂດ ເຊິ່ງສູງເຖິງ 7%. ການເປີດເຜີຍລາຍງານທາງເສດຖະກິດຂອງ BPS ໃນຄັ້ງນີ້ ຖືເປັນຄັ້ງສຸດທ້າຍກ່ອນການເລືອກຕັ້ງທົ່ວໄປໃນວັນທີ 17 ເມສານີ້ ເຊິ່ງສະຖານະການທາງເສດຖະກິດໃນປະເທດຈະເປັນໜຶ່ງໃນເນື້ອໃນສຳຄັນໃຫ້ແກ່ການຕັດສິນໃຈຂອງປະຊາຊົນເຊັ່ນກັນ, ເຖິງວ່າໄລຍະ 5 ປີຜ່ານມາ ລັດຖະບານຂອງທ່ານ ວິໂດໂດ ພັດທະນາລະບົບໂຄງລ່າງພື້ນຖານທັງໝົດ ແລະ ຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບຕໍ່າ ທັງທີ່ເງິນຣູເປຍອ່ອນຄ່າທີ່ສຸດໃນຮອບ 20 ປີ ສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍພາກຄົວເຮືອນ ເຊິ່ງຄິດເປັນອັດຕາສ່ວນຂອງ GDP ອິນໂດເນເຊຍຫລາຍກວ່າເຄິ່ງໜຶ່ງ.

