ອີຣານ ປະຫານຊີວິດນັກສືບລັກຂາຍຂໍ້ມູນລັບລູກສອນໄຟໃຫ້ CIA

ສຳນັກຂ່າວ Aljazeera ວັນທີ 14 ກໍລະກົດນີ້ ໄດ້ອ້າງອີງຄຳໃຫ້ການຂອງເຈົ້າໜ້າທີ່ ອົງການຍຸຕິທຳຂອງ ອີຣານໃຫ້ຮູ້ວ່າ: ພົນລະເຮືອນ ອີຣານຄົນໜຶ່ງຊື່ Reza Asgari ຊຶ່ງເປັນອະດີດພະນັກງານໃນກະຊວງປ້ອງກັນຊາດຂອງ ອີຣານ, ຖືກປະຫານຊີວິດໃນອາທີດທີ່ຜ່ານມາ ເພາະເຂົາຂາຍຂໍ້ມູນລັບໂຄງການລູກສອນໄຟໃຫ້ອົກັບງການນັກສືບ CIA ຂອງສະຫະລັດ.

(ໜັງສືພິມ ລາວພັດທະນາ)

Reza Asgari ເຄີຍເຮັດວຽກຢູ່ໃນອົງການອາວະກາດ ແລະ ເຂົາເຂົ້າພັກຜ່ອນບຳນານເມື່ອປີ 2016. ໃນບົດແຈ້ງການສະບັບໜຶ່ງໃຫ້ຮູ້ວ່າ: “ໃນຊຸມປີສຸດທ້ານຂອງຂ້າລາດຊະການ, ເຂົາໄດ້ເຂົ້າຮ່ວມອົງການ CIA. ເຂົາລັກຂາຍຂໍ້ມູນລັບກ່ຽວກັບລູກສອນໄຟຂອງພວກເຮົາໃຫ້ກັບ CIA”.

ເຕເຮຣານ ຍູ້ແຮງຂະບວນການຊອກຈັບຕົວນັກສືບ CIA ແລະ Mossad( ອົງການນັກສືບຂອງ Israel ) ທີ່ຢູ່ໃນ ອີຣານ ແລະ ກ່ອນໜ໊ານັ້ນ ອີຣານປະກາດວ່າສາມາດຈັບນັກສືບ CIA ໄດ້ 17 ຄົນ ແລະ ປະກາດວ່າຈະປະຫານຊີວິດຈຳນວນໜຶ່ງໃນນັ້ນ.

ຕົ້ນເດືອນມີຖຸນາທີ່ຜ່ານມາ, ອີຣານໄດ້ປະກາດວ່າ Mahmoud Mousavi-Majd ຊຶ່ງເປັນນັກສືບຂອງ CIA ແລະ Mossadຈະຖືກຕັດສິນປະຫານຊີວິດເພາະໄດ້ຕອບສະໜອງຂໍ້ມູນລັບໃຫ້ນາຍພົນ Soleimani, ຜູ້ບັນຊາການທະຫານQuds ກອງທັບປະຕິວັດມຸດສະລີມ ອິຣານ(IRGC) ອັນນຳໄປສູ່ສະຫະລັດບໍ່ປະຫານເຂົາຢູ່ໃນດິນແດນຂອງອີຣັກ

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ cand)

(ໜັງສືພິມ ລາວພັດທະນາ)

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ