ຊົມເຊີຍວັນສ້າງຕັ້ງສື່ມວນຊົນ ແລະພິມຈຳໜ່າຍ ຄົບຮອບ 70 ປີຢ່າງສຸດໃຈ

(13 ສິງຫາ 1950-13 ສິງຫາ 2020) ຢ່າງສຸດໃຈ !
ໂດຍ: ລູກເມືອງພວນ
ວັນທີ 13 ສິງຫານີ້, ເປັນວັນສ້າງຕັ້ງສື່ມວນຊົນລາວຊຶ່ງເປັນວັນດຽວກັນກັບວັນສ້າງຕັ້ງແນວລາວຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020).
ກ່ອນໜ້ານີ້ 70 ປີ, ສື່ມວນຊົນລາວໄດ້ກຳເນີດເກີດຂື້ນຢູ່ຖານທີ່ໝັ້ນການປະຕິວັດແຫ່ງໜຶ່ງທີ່ແຂວງຫົວພັນ, ໂດຍການປະກາດສ້າງຕັ້ງຂອງແນວລາວອິດສະຫຼະເພື່ອເຮັດໜ້າທີ່ປຸກລະດົມຂົນຂວາຍມະຫາຊົນເຂົ້າຮ່ວມຂະບວນການປະຕິວັດຕໍ່ຕ້ານພວກລ່າເມືອງຂຶ້ນຂອງພວກຈັກກະພັດໃນເວລານັ້ນ, ໂຄສະນາເຜີຍແຜ່ແນວທາງການເມືອງຂອງພັກ, ປຸກລະດົມນໍ້າໃຈຮັກຊາດຂອງປະຊາຊົນລາວບັນດາເຜົ່າ ໃນການຕີເອົາຊະນະສັດຕູຜູ້ຮຸກຮານ.
ຖ້າຈະນິຍາມ “ສື່ມວນຊົນແມ່ນເວທີຖະແຫຼງຂ່າວທີ່ປະກອບດ້ວຍໄປສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ຜະລິດຕະພັນອື່ນໆສື່ມວນຊົນ, ມີພາລະບົດບາດເປັນກະບອກສຽງຂອງອົງການຈັດຕັ້ງພັກ, ລັດ ແລະ ສັງຄົມ ໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ ກົດໝາຍ ແລະ ລະບຽບການຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ສັງຄົມ, ປະກອບສ່ວນຕ້ານປາກົດການຫຍໍ້ທໍ້ໃນສັງຄົມ ແລະ ຖ້ອຍທຳນອງທີ່ບິດເບືອນຄວາມຈິງ”.
ພໍແຕ່ໄດ້ກຳເນີດເກີດຂຶ້ນ, ສື່ມວນຊົນລາວກໍໄດ້ເຮັດໜ້າທີ່ອັນສັກກະລະບູຊາຂອງຕົນ, ນັ້ນກໍຄື: ປຸກລະດົມຂົນຂວາຍນໍ້າໃຈຮັກຊາດ, ຄຽດແຄ້ນສັດຕູຜູ້ຮຸກຮານຂອງປະຊາຊົນລາວບັນດາເຜົ່າ, ແລະ ເຂົ້າຮ່ວມກຳລັງຕໍ່ຕ້ານຂອງແນວລາວຮັກຊາດນັບມື້ນັບຫຼາຍຂຶ້ນ. ຈົນກາຍເປັນກຳລັງທີ່ແຂງແກ່ນ, ກາຍເປັນກອງທັບທີ່ມີສັກກາຍະພາບ ແລະ ສາມາດປົດປ່ອຍປະເທດຊາດອອກຈາການເປັນຫົວເມືອງຂຶ້ນຂອງພວກສັກດິນນານາຍທຶນໄດ້ຢ່າງສົມບູນໃນວັນທີ 2 ທັນວາ 1975.
ນັບແຕ່ມື້ກຳເນີດເກີດຂຶ້ນມາ, ສື່ມວນຊົນລາວກໍໄດ້ເຮັດໜ້າທີ່ພາລະກຳປະຫວັດສາດຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍ. ໃນສະໄໝສົງຄາມ, ສື່ມວນຊົນລາວທັງຈັບປາກກາຂຽນບົດຂ່າວ, ບົດຄວາມ, ບົດວິເຄາະ, ວິຈານຕ່າງໆ ເພື່ອລົງໃນໜ້າໜັງສືພິມ, ວິທະຍຸກະຈາຍສຽງ, ໂທລະໂຄ່ງເພື່ອໃຫ້ປະຊາຊົນໄດ້ຮັບຮູ້ຮັບຊາບສະພາບການຕ່າງໆໄດ້ຢ່າງທັນການ ທັງຈັບປືນຕໍ່ສູ້ສັດຕູຜູ້ຮຸກຮານຢ່າງອົງອາດກ້າກັ່ນ, ສັດຕູທັງຢູ່ໃນບັ້ນຮົບລູກກະສູນ ທັງຕີສັດຕູຢູ່ໃນບັ້ນຮົບເວທີການເມືອງ.
ໂດຍສືບຕໍ່ມູນເຊື້ອພິລະອາດຫານຊານໄຊຂອງບັນດານັກຮົບສື່ມວນຊົນຮຸ່ນກ່ອນ, ພວກເຮົານັກຂ່າວສື່ມວນຊົນໃນຍຸກປັດຈຸບັນຄວນພາກພູມໃຈ ແລະ ເອກອ້າງທະນົງໃຈຕໍ່ວິລະບູລຸດຂອງພວກເຮົາ. ພວກເຮົາມີຊີວິດຢູ່ດ້ວຍຄວາມສຸກສະບາຍ, ມີເງື່ອນໄຂທີ່ສະດວກລື່ນພວກເພີ່ນຕັ້ງຫຼາຍຮ້ອຍເທົ່າ ກໍແມ່ນຍ້ອນເລືອດເນື້ອເຫື່ອໄຄຂອງພວກເພິ່ນ. ສະນັ້ນ, ພວກເຮົານັກຂ່າວສື່ມວນຊົນຮຸ່ນໜຸ່ມໃນປັດຈຸບັນຈົ່ງເຊີດຊູກຽດສັກສີ ແລະ ຖະນຸຖະໜອມຜົນງານຄວາມດີ, ເສີມຂະຫຍາຍມູນເຊື້ອວິລະກຳອັນລໍ້າເລີດ ຂອງພວກເພິ່ນໄວ້ຊົ່ວນິລັນດອນ.
ພວກເຮົາຮຸ່ນສືບທອດມີເງື່ອນໄຂທີ່ດີກວ່າ ຈົ່ງພ້ອມກັນຕັ້ງໜ້າສຶກສາຮໍ່າຮຽນ ບຸກບືນສູ້ຊົນ ໃຫ້ກາຍເປັນນັກສື່ມວນຊົນທີ່ມີຄຸນນະພາບ, ຮັບປະກັນຄຸນລັກສະນະ 4 ຢ່າງຂອງນັກຂ່າວສື່ມວນຊົນ: ລັກສະນະຕົວຈິງ; ລັກສະນະສຶກສາອົບຮົມ, ລັກສະນະແນະນຳ ແລະ ລັກສະນະຕໍ່ສູ້. ໃຫ້ກາຍເປັນນັກສື່ມວນຊົນທີ່ມີຈະລິຍະທຳ, ບໍລິສຸດຊັດຊື່ຕໍ່ພັກ-ລັດ ແລະ ປະຊາຊົນ. ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປະຕິວັດປົກປັກຮັກສາ ແລະ ພັດທະນາປະເທດຊາດເປັນກະບອກສຽງທີ່ແຫຼມຄົມຂອງພັກ ແລະ ລັດ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ບຸກບືນສູ້ຊົນໃຫ້ກາຍເປັນນັກຂ່າວທີ່ມີຄຸນນະພາບ, ເປັນທີ່ເພິ່ງຂອງປະຊາຊົນ ແລະ ສັງຄົມຢ່າງແທ້ຈິງ ແລະ ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຂອງພັກ ແລະ ລັດຖະບານ ຕະຫລອດໄປ !
13 ສິງຫາ ຈົ່ງຍືນຍົງໃນພາລະກິດປະຕິວັດຕະຫຼອດໄປ.

