ຕຳຫລວດອິນເດຍເກັບຄ່າປັບໄໝຍ້ອນບໍ່ໃສ່ຜ້າປິດປາກ-ດັງ ກວ່າ 4,2 ໝື່ນຄັ້ງ ໃນໄລຍະ 4 ເດືອນກວ່າ

ໃນວັນທີ 14 ກໍລະກົດ, ເຈົ້າໜ້າທີ່ຕຳຫລວດອິນເດຍເປີດເຜີຍວ່າ: ທາງການອອກໃບສັ່ງເກັບຄ່າປັບໄໝເຫດບໍ່ໃສ່ຜ້າປິດປາກ-ດັງຫລາຍກວ່າ 4,2 ໝື່ນຄັ້ງ ນັບແຕ່ເດືອນມີນາຜ່ານມາ ໂດຍສັ່ງປັບໄໝແລ້ວຫລາຍກວ່າ 792 ຄັ້ງພາຍໃນມື້ດຽວ ໃນວັນທີ 12 ກໍລະກົດຜ່ານມາ ຫລັງພົນລະເມືອງອິນເດຍບໍ່ໃສ່ຜ້າປິດປາກ-ດັງ ແລະ ບໍ່ເວັ້ນໄລຍະຫ່າງທາງສັງຄົມຢ່າງຈິງຈັງ.
ໂດຍການສັ່ງປັບໄໝບຸກຄົນທີ່ບໍ່ໃສ່ຜ້າປິດປາກ-ດັງເປັນໜຶ່ງໃນມາດຕະການເຂັ້ມງວດທາງສັງຄົມຂອງເຈົ້າໜ້າທີ່ຕຳຫລວດອິນເດຍ ມີອັດຕາຄ່າປັບໄໝແຕກຕ່າງກັນ ນັບແຕ່ 200 ຣູປີ ຢູ່ເມືອງບັງກາລໍ ຈົນເຖິງ 1.000 ຣູປີ ຢູ່ເມືອງມຸມໄບ ຈົນສາມາດລວມຄ່າປັບໄໝເປັນຈຳນວນຫລາຍ. ເຈົ້າໜ້າທີ່ຕຳຫລວດເມືອງບັງກາລໍລະບຸວ່າ: ສາມາດເກັບເງິນຄ່າປັບໄໝໄດ້ຫລາຍກວ່າ 9,94 ລ້ານຣູປີ ພາຍໃນເດືອນດຽວເທົ່ານັ້ນ.
ເມື່ອບໍ່ດົນມານີ້, ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ຂອງອິນເດຍ ຕຳໜິພົນລະເມືອງຫລາຍກວ່າ 1,3 ພັນລ້ານຄົນທີ່ບໍ່ໃສ່ໃຈເຖິງການຮັບມືໂຄວິດ-19 ທີ່ກຳລັງລະບາດໃນຫລາຍພື້ນທີ່ທົ່ວໂລກຢ່າງຈິງຈັງ. ຫລ້າສຸດອິນເດຍມີຜູ້ຕິດເຊື້ອສະສົມສູງກວ່າ 9 ແສນຄົນແລ້ວ (937.844 ຄົນ), ປິ່ນປົວຫາຍ 593.178 ຄົນ ແລະ ເສຍຊີວິດແລ້ວ 24.327 ຄົນ ເປັນ 1 ໃນ 3 ປະເທດຮ່ວມກັບອາເມລິກາ ແລະ ເບຣຊິນທີ່ມີຜູ້ຕິດເຊື້ອໃໝ່ເພີ່ມໃນລະດັບຫລັກໝື່ນຄົນຕໍ່ວັນ, ຄາດວ່າອິນເດຍກຽມເປັນປະເທດທີ 3 ຂອງໂລກທີ່ມີຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ລະດັບຫລັກລ້ານຄົນ.

