ກຽມປິດຕຳນານເຮືອບິນ Boeing 747 ຈະຢຸດການຜະລິດ ‘ຈຳໂບ້ເຈ໊ດ’ ໃນ 2 ປີຕໍ່ໜ້າ

ສຳນັກຂ່າວ Bloomberg ລາຍງານອ້າງແຫລ່ງຂ່າວວ່າ: Boeing ກຳລັງຢຸດສາຍການຜະລິດເຮືອບິນຂະໜາດໃຫຍ່ແບບ Boeing 747 ຫລັງຍອດສັ່ງຊື້ຫລຸດລົງຫລາຍ. ຂະນະທີ່ສາຍການບິນທົ່ວໂລກທະຍອຍປົດປະຈຳການ ແລະ ຫັນໄປໃຊ້ເຮືອບິນທີ່ມີຂະໜາດນ້ອຍກວ່າແທນ. ຖືເປັນການສິ້ນສຸດຕຳນານຈຳໂບ້ເຈ໊ດທີ່ມີອາຍຸ 50 ກວ່າປີ ແລະ ເປັນສັນຍາລັກເຮືອບິນໂດຍສານທີ່ທົ່ວໂລກຮູ້ຈັກ.
ແຫລ່ງຂ່າວເປີດເຜີຍວ່າ: Boeing ຕັດສິນໃຈປິດສາຍການຜະລິດຫລັງເຮືອບິນ Boeing 747 ລຳສຸດທ້າຍອອກຈາກໂຮງງານໃນເອເວີເຣດ ລັດວໍຊິງຕັນ ໃນອີກ 2 ປີຕໍ່ໜ້າ ໂດຍປັດຈຸບັນ ບໍລິສັດມີອໍເດີ້ເຫລືອຢູ່ 16 ລຳ ເປັນເຮືອບິນຮູບແບບຂົນສົ່ງແບບ 747-8F.
ຫລາຍປີຜ່ານມາ ເຮືອບິນ Boeing 747 ບໍ່ໄດ້ຮັບຄວາມນິຍົມ ແລະ ເລີ່ມຖືກປົດອອກຈາກເສັ້ນທາງການບິນຂອງສາຍການບິນທົ່ວໂລກ ໂດຍປັດຈຸບັນເຫລືອສາຍການບິນພຽງບໍ່ເທົ່າໃດແຫ່ງທີ່ຍັງໃຊ້ Boeing 747 ຢູ່ ແລະ ສ່ວນຫລາຍເປັນເຮືອບິນຂົນສົ່ງສິນຄ້າ.
(ໜັງສືພິມລາວພັດທະນາ)
ເວລານີ້ສາຍການບິນທົ່ວໂລກຫັນໄປນິຍົມໃຊ້ເຮືອບິນທີ່ມີຂະໜາດນ້ອຍກວ່າ ແລະ ປະຢັດເຊື້ອໄຟຫລາຍກວ່າເຊັ່ນ: Boeing 787 Dreamliner ຫລື Boeing 737 ແທນ ໂດຍເມື່ອປຽບທຽບກັນແລ້ວ Boeing 747 ມີອັດຕາການຜະລິດຊ້າ ປີລະ 6 ລຳ. ຂະນະທີ່ Boeing 787 ມີກຳລັງການຜະລິດສູງເຖິງປີລະ 168 ລຳ. ນອກຈາກນີ້ Boeing ຍັງມີແຜນເລັ່ງພັດທະນາເຮືອບິນລຳຕົວຢ່າງຄື 777X ນຳອີກ.
ນອກຈາກ Boeing 747 ທີ່ມີສາຍຍານາມວ່າ: ລາຊິນີແຫ່ງຟາກຟ້າແລ້ວ, Airbus ກໍກຽມຢຸດການຜະລິດເຮືອບິນຊຸບເປີຈຳໂບ້ 2 ຊັ້ນຄື Airbus A380 ນຳອີ.
ສຳລັບ Boeing ແລ້ວ, ໂຄວິດຖືເປັນວິກິດຊ້ອນວິກິດທີ່ຊ້ຳຕື່ມບາດເກົ່າ ຫລັງມໍລະສຸມທີ່ຜະເຊີນຮອບກ່ອນຍັງບໍ່ຈາງຫາຍ ຈາກອຸປະຕິເຫດເຮືອບິນສາຍການບິນ Lion Air ແລະ Ethiopian Airlines ທີ່ຕົກຫ່າງກັນ 5 ເດືອນ ໃນປີ 2018 ແລະ 2019 ເຊິ່ງເຮັດໃຫ້ອະນາຄົດຂອງເຮືອບິນ Boeing 737 MAX ຄຸມເຄືອ ແລະ ຍັງຕ້ອງລໍຖ້າໄຟຂຽວຈາກໜ່ວຍງານການບິນພົນລະເຮືອນຂອງອາເມລິກາ ແລະ ທົ່ວໂລກ ຈຶ່ງຈະສາມາດຂຶ້ນບິນໄດ້ອີກເທື່ອໜຶ່ງ.
ວິກິດໂຄວິດຍັງສ້າງແຮງກົດດັນໃຫ້ Boeing ຕ້ອງເລັ່ງປັບໂຄງສ້າງອົງກອນ ໂດຍໃນເດືອນພຶດສະພາ ບໍລິສັດໄດ້ປະກາດແຜນຫລຸດຈຳນວນພະນັກງານທົ່ວໂລກລົງ 10% ຫລື ເກືອບ 13.000 ຕຳແໜ່ງ ເຊິ່ງສ່ວນຫລາຍຢູ່ອາເມລິກາ. ຂະນະທີ່ Boeing ອາດຜະເຊີນຄວາມບໍ່ແນ່ນອນອີກຢ່າງໜ້ອຍ 2 ປີ ໃນໄລຍະທີ່ອຸປະສົງການເດີນທາງທາງອາກາດຍັງຢຸດສະງັກ.
(ໜັງສືພິມລາວພັດທະນາ)

