ຊັອກ! “Pizza Hut” ຍື່ນລົ້ມລະລາຍ ຫລັງໂຄວິດພົ່ນພິດໜັກໃນສະຫະລັດອາເມລິກາ

ໃນວັນທີ 2 ກໍລະກົດນີ້, ແຫລ່ງຂ່າວຕ່າງປະເທດລາຍງານວ່າ:  “NPC International Inc.”  ເຊິ່ງເປັນຜູ້ໄດ້ຮັບແຟຣນຊາຍທີ່ໃຫຍ່ທີ່ສຸດຂອງຮ້ານພິດຊ່າທີ່ມີຊື່ສຽງແບບ “Pizza Hut”  ໃນສະຫະລັດອາເມລິກາໄດ້ຕັດສິນໃຈຍື່ນຂໍລົ້ມລະລາຍ Chapter 11  ແກ່ສານເຂດທາງໃຕ້ຂອງລັດເທັກຊັດເປັນທີ່ຮຽບຮ້ອຍແລ້ວ, ໂດຍເຫດຜົນການຍື່ນລົ້ມລະລາຍໃນຄັ້ງນີ້ ເປັນຍ້ອນຕົ້ນທຶນໃນການດຳເນີນງານເພີ່ມຂຶ້ນຫລາຍຈາກການເພີ່ມຂຶ້ນຄ່າແຮງງານຂັ້ນຕໍ່າໃນສະຫະລັດ, ພ້ອມທັງຍອດຂາຍບໍ່ບັນລຸຕາມເປົ້າໝາຍທີ່ວາງໄວ້ ເຊິ່ງເຫດທີ່ເຮັດໃຫ້ຍອດຂາຍຂອງ “Pizza Hut”  ໃນສະຫະລັດເຕີບໃຫຍ່ບໍ່ດີຄືເກົ່າມາຈາກການທີ່ແບຣນຄູ່ແຂ່ງເຂົ້າມາຕີຕະຫລາດ ແລະ ເລີ່ມເປັນທີ່ນິຍົມຫລາຍຂຶ້ນເຊັ່ນ: ອາທິ Domino’s Pizza ແລະ Papa John’s Pizza  ປະກອບກັບການຕ້ອງປິດໜ້າຮ້ານໃນຊ່ວງໂຄວິດ-19 ລະບາດໜັກໃນສະຫະລັດ ສົ່ງຜົນກັບຍອດຂາຍບໍ່ບັນລຸເປົ້າ ຈຶ່ງເຮັດໃຫ້  NPC International  ບໍ່ສາມາດຫາລາຍໄດ້ມາຊຳລະໜີ້ໄດ້ທັນເວລາໄດ້.

ພ້ອມນີ້, ຈາກການລາຍງານຂອງ Bloomberg ລະບຸວ່າ: NPC International  ມີໜີ້ຫລາຍກວ່າ 903 ລ້ານໂດລາສະຫະລັດ ໂດຍໄດ້ເລີ່ມເຈລະຈາກັບເຈົ້າໜີ້ໄປບາງສ່ວນແລ້ວ, ແຜນດັ່ງກ່າວເພື່ອຫລຸດພາວະເປັນໜີ້ ເຊິ່ງຂໍ້ຕົກລົງລ້າສຸດເຈົ້າໜີ້ຈະມີສ່ວນຮ່ວມໃນການເພີ່ມທຶນໃໝ່ແຕ່ຈະຕ້ອງຂາຍຮ້ານອາຫານບາງສ່ວນອອກໄປອີກດ້ວຍ.

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ