ຫວຽດນາມ ມີຄວາມເປັນໄປໄດ້ຈະກາຍເປັນຜູ້ປ່ຽນແທນຈີນໃນການຕອບສະໜອງຄວາມຕ້ອງການໃຫ້ທົ່ວໂລກ

ເຖິງແມ່ນວ່າເສດຖະກິດໂລກຈະຕົກຕໍ່າກໍຕາມ, ແຕ່ບົດລາຍງານຂອງກອງທຶນສາກົນໃນລະຫວ່າງເດືອນ ເມສາຜ່ານມາໃຫ້ຮູ້ວ່າ ເສດຖະກິດຂອງຫວຽດນາມຈະເພີ່ມຂຶ້ນ 2,7% ຊຶ່ງເປັນຕົວເລກທີ່ສູງກວ່າຫຼາຍປະເທດໃນພາກພື້ນ, ໃນຂະນະທີ່ສະພາບເງິນເຟີ້ຢູ່ໃນກອບທີ່ສາມາດຄວບຄຸມ 3%. ອົງການ IMF ຕີລາຄາວ່າ ປີ 2021 ເສດຖະກິດຫວຽດນາມຈະມີຄວາມທຸ່ນທ່ຽງ ແລະ ການສົ່ງອອກໃນທົ່ວໂລກຈະເພີ່ມຂຶ້ນ.

Forbes ຕີລາຄາວ່າ: “ຫວຽດນາມເປັນຈຸດທີ່ໜ້າໄປທີ່ມີຄວາມປອດໄພທີ່ສຸດ ໃນຍຸກໂຄວິດ-19 ເພາະຫວຽດນາມມີວິທີການປ້ອງກັນພະຍາດໄດ້ດີ, ມີຜູ້ຕິດເຊື້ອພຽງ 355 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ”.

ຂ່າວ: ລູກເມືອງພວນ

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ