ຈີນ ທົດລອງປືນໄຟຟ້າທີ່ມີຄວາມທຳລາຍລ້າງສູງ

ອີງຕາມແຫຼ່ງຂ່າວວາລະສານ ຮວານເກົາ(The time of HoanCau) ໃຫ້ຮູ້ວ່າ ຮູບແບບປືນຊະນິດນີ້ ແມ່ນຖືກພັດທະນາຂຶ້ນມາໂດຍມະຫາວິທະຍາໄລ ພະລາທິການທະຫານຂອງຈີນ. ປັດຈຸບັນອາວຸດດັ່ງກ່າວມີຮູບຮ່າງຄ້າຍຄືປືນ carbine ແລະ ປືນສັ້ນ ເໝາະສົມສຳລັບທະຫານລາບ ຫຼື ສາມາດມ້າງອອກ ແລ້ວຕິດຕັ້ງໃສ່ robot ເຄື່ອນທີ່ດ້ວຍຕົວມັນເອງ.

ຕ່າງກັບປືນໃຊ້ໝື້ດັນຫົວກະສູນອອກໄປ ແຕ່ປືນຊະນິດນີ້ໃຊ້ພະລັງງານໄຟຟ້າ ດັນລູກກະສູນອອກໄປ ຊຶ່ງມີຄວາມສາມາດທຳລາຍລ້າງສູງ.

ຊ່ຽວຊານຄົນໜຶ່ງທີ່ບໍ່ປະສົງອອກຊື່ ໃຫ້ຮູ້ວ່າ ສູກກະສູນຂອງປືນໄຟຟ້າຊະນິດນີ້ມີຄວາມສາມາດເຈາະສູງ ແຕ່ບໍ່ມີສຽງດັງ. ດັ່ງນັ້ນ, ຈຶ່ງຖືໄດ້ວ່າເປັນອາວຸດທີ່ທັນສະໄໝ ເໝາະສົມກັບນັກຮົບທີ່ເຮັດໜ້າທີ່ພິເສດໄດ້ເປັນຢ່າງດີ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vietnamnet)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ