ຈີນຈະຍົກເວັ້ນພາສີບາງລາຍການຕໍ່ສິນຄ້ານຳເຂົ້າຂອງສະຫະລັດ

ຮຽງຮຽງໂດຍ: ລູກເມືອງພວນ
ແຫຼ່ງຂ່າວທາງການຂອງຈີນວັນທີ 15 ກັນຍານີ້ລະບຸວ່າ: ຄະນະກຳມະການດ້ານອັດຕາພາສີຂອງຄະນະລັດຖະມົນຕີຂອງຈີນ
ຈະຍົກເວັ້ນພາສີສິນຄ້າກະເສດບາງລາຍການນຳເຂົ້າຈາກສະຫະລັດ ເປັນຕົ້ນແມ່ນ ຖົ່ວເຫຼືອງ ແລະ
ຊີ້ນໜູ ຈາກການຂຶ້ນພາສີສິນຄ້າທີ່ຈີນນຳເຂົ້າຈາກສະຫະລັດ
ເພື່ອເປັນການຕອບຮັບການຕັດສິນໃຈຂອງສະຫະລັດໃນການເລື່ອນການເກັບພາສິສິນຄ້າຂອງຈີນທີ່ກຳນົດມີຜົນບັງຄັບໃຊ່ໃນວັນທີ
1 ຕຸລາຄົມນີ້ ແລະ ຈີນກໍຫວັງວ່າສະຫະລັດ ຈະຮັກສາຕາມຄຳໝັ້ນສັນຍາທີ່ມີໄວ້ກັບຈີນ
ລວມເຖິງທັງການສ້າງສະພາບແວດລ້ອມທີ່ເອື້ອອຳນວນຄວາມສະດວກ
ຕໍ່ຄວາມຮ່ວມມືດ້ານການກະເສດລະຫ່ວາງສອງປະເທດ. ຄະນະທີ່ກຳມະການປະຕິຮູບ ແລະ
ພັດທະນາແຫ່ງຊາດ ແລະ ກະຊວງເສດຖະກິດຂອງຈີນກ່າວວ່າ: ຈີນຈະສະໜັບສະໜູນບໍລິສັດໃນປະເທດທີ່ມີການຊື້ຖົ່ວເຫຼືອງ
ແລະ ຊີ້ໝູຈາກສະຫະລັດຕາມກົນໄກການຕະຫຼາດ ແລະ ກົດລະບຽບຂອງອົງການການຄ້າໂລກອີກດ້ວຍ.


