ຫວຽດນາມ ລຶບລ້າງປະຫວັດດ້ວຍເຈ້ຍຂອງພະນັກງານມາເປັນປະຫວັດເອເລັກໂຕຣນິກແທນ

ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງເລກທີ 893 ວ່າດ້ວຍ: ການສ້າງພື້ນຖານຂໍ້ມູນແຫ່ງຊາດກ່ຽວກັບພະນັກງານລັດ. ຈຸດປະສົງແມ່ນເພື່ອແນໃສ່ການກໍ່ສ້າງ, ຄຸ້ມຄອງ, ປັບປຸງຂໍ້ມູນ, ຊອກຄົ້ນ, ນຳໃຊ້ ແລະ ສຳເນົາຂໍ້ມູນພື້ນຖານແຫ່ງຊາດຂອງພະນັກງານລັດ ໃຫ້ມີຄວາມເປັນເອກກະພາບໃນທົ່ວປະເທດ. ຫັນການຄຸ້ມຄອງພະນັກງານລັດໄປຕາມທິດທັນສະໄໝ, ເປັນໜຶ່ງໃນບັນຫາທີ່ສຳຄັນໃນການຄຸ້ມຄອງລັດຖະບານແບບເອເລັກໂຕຣນິກ ເພື່ອກ້າວໄປສູ່ພື້ນຖານເສດຖະກິດດີຈິຕອນ ແລະ ສັງຄົມດິຈິຕອນ.

ເມື່ອຮອດປີ 2023 ທົ່ວທັງປະເທດຕ້ອງໃຫ້ໄດ້ນຳໃຊ້ປະຫວັດພະນັກງານລັດເປັນອີເລັກໂຕຣນິກ ປ່ຽນແທນໃຫ້ປະຫວັດດ້ວຍເຈ້ຍ ເພື່ອຫຼຸດຜ່ອນການຂຽນປະຫວັດຄືນໃໝ່ໃນແຕ່ລະປີ ເພື່ອສະດວກໃຫ້ແກ່ການເລື່ອນຊັ້ນ, ຂັ້ນ ຕຳແໜ່ງ, ຈັດວາງ ແລະ ຍົກຍ້າຍພະນັກງານ…

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vietnamnet)

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ