76% ຄົນຣັດເຊຍ ສະໜັບສະໜູນການປ່ຽນແປງລັດຖະທຳມະນູນ

ເປັນເວລາ 4 ວັນດຳເນີນການປ່ອນບັດຢັ່ງຫາງສຽງກ່ຽວກັບການປ່ຽນແປງລັດຖະທຳມະນູນ ເຫັນວ່າ 76% ຄົນຣັດເຊຍສະໜັບສະໜູນການປ່ຽນແປງລັດຖະທຳມະນູນ.

ໂດຍອີງຕາມຂໍ້ມູນທາງການຂອງສູນຄົ້ນຄວ້າຫາງສຽງສັງຄົມຂອງຣັດເຊຍ, ມາເຖິງເວລາ 21 ໂມງ (ໂມງໃນ ມົສໂກ) ຂອງວັນທີ 28 ມີຖຸນາ ນີ້ໃຫ້ຮູ້ວ່າ ມີ 163.124 ຄົນລົງທະບຽນເຂົ້າຮ່ວມການທາບທາມຢັ່ງຫາງສຽງ, ໃນນັ້ນ 70% ແມ່ນເຫັນດີ,  29% ບໍ່ເຫັນດີໃຫ້ປ່ຽນແປງ.ໂດຍຜົນໄດ້ຮັບສຸດທ້າຍກໍຄື 76% ແມ່ນສະໜັບສະໜູນການປ່ຽນແປງໃໝ່, 23,6% ແມ່ນບໍ່ເຫັນດີ. ການຢັ່ງສຽງໄດ້ດຳເນີນໄປທັງໝົດ 800 ເຂດເລືອກຕັ້ງ ໃນ 25 ລັດໃນສະຫະພັນຣັດເຊຍ.

ການທາບທາມຢັ່ງຫາງສຽງດຳເນີນມາແຕ່ວັນທີ 25 ມີຖຸນາ ໃນທົ່ວສະຫະພັນຣັດເຊຍ. ມື້ປ່ອນບັດຢ່າງເປັນທາງການແມ່ນວັນທີ 1 ກໍລະກົດ. ອີງຕາມການຕົກລົງຂອງຄະນະກຳມະການເລືອກຕັ້ງຂອງຣັດເຊຍໃຫ້ຮູ້ວ່າ ການດຳເນີນການປ່ອນບັດແມ່ນຈະໄດ້ເລີ່ມຕົ້ນແຕ່ວັນທີ 25 ມີຖຸນາ ຫາ ວັນທີ 1 ກໍລະກົດ ແຕ່ 8ໂມງຫາ 20 ໂມງ ແລະ ການນັບຄະແນນຈະດຳເນີນໄປເປັນເວລາ 20 ຊົ່ວໂມງໃນວັນທີ 1 ກໍລະກົດ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ soha)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ