ລາຍໄດ້ສະເລ່ຍຕໍ່ປີຂອງ ສປປ ເກົາຫລີ ເພີ່ມຂຶ້ນຢ່າງວ່ອງໄວ

ສະຖິຕິຂອງທາງການ ສ.ເກົາຫລີ ລາຍງານວ່າ: ຊາວ ສປປ ເກົາຫລີ ມີລາຍໄດ້ເພີ່ມຂຶ້ນຢ່າງວ່ອງໄວໃນປີ 2015 ແຕ່ຊາວ ສ.ເກົາຫລີ ຍັງມີລາຍໄດ້ສູງກວ່າເຖິງ 20 ເທົ່າ.
ສະຖິຕິ ສ.ເກົາຫລີ ລະບຸວ່າ: ຊາວ ສປປ ເກົາຫລີ ມີລາຍໄດ້ຕໍ່ຫົວຄົນສະເລ່ຍ 1,46 ລ້ານວອນ ໃນປີຜ່ານມາ ເພີ່ມຂຶ້ນ 5% ຖືເປັນການເພີ່ມຂຶ້ນຢ່າງວ່ອງໄວທີ່ສຸດນັບແຕ່ປີ 2011 ເປັນຕົ້ນມາ ເຊິ່ງລາຍໄດ້ຂອງຊາວ ສປປ ເກົາຫລີ ເພີ່ມຂຶ້ນເຖິງ 7% ທັງທີ່ຖືກດຳເນີນມາດຕະການຂວ້ຳບາດຈາກບັນດາປະເທດ ກໍລະນີໂຄງການອາວຸດນິວເຄຼຍຂອງ ສປປ ເກົາຫລີ, ຜ່ານມາ ສປປ ເກົາຫລີ ບໍ່ເຄີຍເປີດເຜີຍຂໍ້ມູນດ້ານເສດຖະກິດຢ່າງເປັນທາງການ ລວມທັງຕົວເລກການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ ຫລື GDP, ຕົວເລກທີ່ປາກົດອອກມາເປັນການຮວບຮວມສະຖິຕິຂອງບັນດານັກສັງເກດການເທົ່ານັ້ນ.
ຂະນະດຽວກັນມີລາຍງານວ່າ: ຕົວເລກລາຍໄດ້ຂອງຊາວ ສ.ເກົາຫລີ ມີ 31,98 ລ້ານວອນ ສູງກວ່າລາຍໄດ້ຂອງຊາວ ສປປ ເກົາຫລີ ເຖິງ 22 ເທົ່າ. ນອກຈາກນີ້ ຍັງມີການເປີດເຜີຍສະຖິຕິການຜະລິດກະແສໄຟຟ້າ ເຊິ່ງ ສ.ເກົາຫລີ ສູງກວ່າ ສປປ ເກົາຫລີ ເກືອບ 23 ເທົ່າ ແລະ ສະຖິຕິການລົງທະບຽນໃຊ້ໂທລະສັບເຄື່ອນທີ່ຂອງ ສປປ ເກົາຫລີ ມີ 14,26 ຕໍ່ປະຊາກອນ 100 ຄົນ. ຂະນະທີ່ ສ.ເກົາຫລີ 122,65 ຕໍ່ປະຊາກອນ 100 ຄົນ ເຊິ່ງໝາຍເຖິງ 1 ຄົນມີໂທລະສັບມືຖືຫລາຍກວ່າ 1 ໜ່ວຍ, ສ່ວນຕົວເລກປະຊາກອນຂອງ ສປປ ເກົາຫລີ ໃນປີຜ່ານມາມີ 24,9 ລ້ານຄົນ, ຂະນະທີ່ ສ.ເກົາຫລີ ມີ 51,3 ລ້ານຄົນ.

