ເດັກອາຍຸ 11 ປີເສຍຊີວິດຍ້ອນຖືກພໍ່ແມ່ບັງຄັບໃຫ້ກິນນໍ້າ 3 ລີດ

ຜົວເມຍຄູ່ໜຶ່ງຢູ່ລັດ Colorado ສະຫະລັດ ຖືກຈຳຄຸກຍ້ອນຂໍ້ຫາຂ້າຄົນ ຊຶ່ງບັງຄັບໃຫ້ລູກຊາຍອາຍຸ 11 ປີກິນນໍ້າ 3 ລິດຈົາເສຍຊີວິດ.
ລູກຂອງພວກເຂົາຊື່ Zachary Sabin ອາຍຸ 11 ປີ ເສຍຊີວິດໃນວັນທີ 11 ມີນາ ພາຍຫຼັງຖືກພໍ່ແມ່ບັງຄັບໃຫ້ກິນນໍ້າ 3 ລິດ ແລະ ບໍ່ໄດ້ກິນເຂົ້າເປັນເວລາ 4 ຊົ່ວໂມງ. ຜູ້ເປັນພໍ່ ແລະ ແມ່ ໃຫ້ເຈົ້າໜ້າທີ່ຮູ້ວ່າ ລູກຊາຍຂອງຕົນ Zachary Sabin ມັກຈະລຸກເບົາກາງຄືນເປັນປະຈຳ ແລະ ຮາກ ພໍ່ແມ່ຄິດວ່າລູກຈະເສຍນໍ້າຫຼາຍ ຈຶ່ງໃຫ້ລູກກິນນໍ້າທົດແທນ.
ບໍ່ພໍເທົ່າໃດຊົ່ວໂມງ, ນ້ອງກໍກິ້ງເກືອກໄປທົ່ວກາງເຮືອນ ຊຶ່ງເປັນອາການທີ່ຜິດປົກກະຕິ, ຜູ້ເປັນພໍ່ໄດ້ເຕະນ້ອງແລ້ວເອົາຂຶ້ນນອນໄວ້ເທິງຕຽງ ນ້ອງກໍນອນລັດມິດໄປ ແຕ່ບໍ່ຄາດຝັນວ່ານ້ອງຈະເສຍຊີວິດ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ ngoisao)

