ຊາວນາຫວຽດນາມໄຕ້ໄຟສາຍຕິດຫົວດຳນາກາງຄືນ ເພື່ອຫຼີກອາກາດຮ້ອນ

ຊາວນາຢູ່ ເມືອງແທັງອວາຍ ຮ່າໂນ້ຍ ລຸກແຕ່ 3 ໂມງເຊົ້າ ພາກັນໄຕ້ໄຟສາຍຕິດຫົວດຳນາ ເພື່ອຫຼີກອາກາດຮ້ອນອົບເອົ້າ 40 ອົງສາເຊ.
ໃນຂະນະນີ້ ຢູ່ຫຼາຍທ້ອງຖິ່ນຂອງຫວຽດນາມ ໂດຍສະເພາະແມ່ນຢູ່ ຮ່າໂນ້ຍ ກຳລັງເຂົ້າສູ່ລະດູນາປີ ໃນຂະນະທີ່ອາກາດຮ້ອນອົບເອົ້າ ແລະ ແກ່ຍາວ ອັນເຮັດໃຫ້ຊາວນາ ມີຄວາມລຳບາກໃນການຜະລິດຢູ່ຕາມທ້ອງທົ່ງນາ. ບາງທ້ອງຖິ່ນອາກາດຮ້ອນກວ່າ 40 ອົງສາເຊ, ໄຮ່ນາຕາກ້າແຫ້ງແລ້ງ ຂາດນໍ້າທຳການຜະລິດ, ນໍ້າໃນໄຮ່ນາຮ້ອນປານນໍ້າຕົ້ມ. ເພື່ອຫຼີກອາກາດຮ້ອນອົບເອົ້າ ແລະ ເພື່ອຮັບປະກັນໃຫ້ລະດູນາປີທັນກັບລະດູການ, ປະຊາຊົນໄດ້ພາກັນໄຕ້ໄຟສາຍຕິດຫົວໄປດຳນາຍາມກາງຄືນ.
ຂ່າວ: ລູກເມືອງພວນ

