ທຣຳ ເວົ້າຂີ້ຕົວະຫລາຍກວ່າ 20.000 ເລື່ອງ ນັບແຕ່ເປັນຜູ້ນຳອາເມລິກາ

ສື່ອາເມລິກາເຜີຍ ທຣຳ ເວົ້າເລື່ອງຂີ້ຕົວະຫລາຍກວ່າ 20.000 ຄັ້ງ ນັບແຕ່ລົງຫລິ້ນການເມືອງ.
ວໍຊິງຕັນໂພສ (Washington Post) ສື່ດັງຂອງອາເມລິກາໄດ້ເຜີຍແຜ່ລາຍງານ ເຊິ່ງເປັນການຕິດຕາມ ແລະ ກວດສອບຂໍ້ມູນ (Fact Checker column) ກ່ຽວກັບຄຳຖະແຫລງ ຫລື ຄຳໃຫ້ສຳາດຂອງປະທານາທິບໍດີ ທຣຳ ນັບແຕ່ເຂົ້າຮັບຕຳແໜ່ງຜູ້ນຳອາເມລິກາເມື່ອປີ 2017 ໂດຍພົບວ່າ: ຮອດຕອນນີ້ ປະທານາທິບໍດີ ທຣຳ ໄດ້ເວົ້າເລື່ອງຂີ້ຕົວະແລ້ວ ຫລື ເວົ້າໃຫ້ຂໍ້ມູນຕໍ່ສາທາລະນະແບບຜິດໆແລ້ວຫລາຍກວ່າ 20.000 ຄັ້ງ.
ໃນລາຍງານຂອງສື່ອາເມລິກາລະບຸວ່າ: ປະທານາທິບໍດີ ທຣຳ ຫາກໍທຳລາຍສະຖິຕິການເວົ້າຂີ້ຕົວະ 20.000 ຄັ້ງໄປໃນວັນທີ 9 ກໍລະກົດຜ່ານມາ ຈຳນວນທັງໝົດນີ້ ກວ່າເຄິ່ງໜຶ່ງຂອງເລື່ອງທີ່ປະທານາທິບໍດີ ທຣຳ ເວົ້າຂີ້ຕົວະໝັກຢູ່ໃນຄຳໃຫ້ສຳພາດຕໍ່ສື່ ເຊິ່ງເປັນຝ່າຍສະໜັບສະໜູນລັດຖະບານ ທຣຳ ຄື Fox News ໂດຍເທື່ອຫລ້າສຸດທີ່ທ່ານ ທຣຳ “ຂີ້ຕົວະ” ຜ່ານການໃຫ້ສຳພາດສື່ຄື ອ້າງວ່າຕົນມີຜູ້ສະໜັບສະໜູນຢ່າງຍິ່ງໃຫຍ່ຈາກປະຊາຊົນອາເມລິກາ ແລະ ອີກເລື່ອງໜຶ່ງຄືການພະຍາຍາມໃສ່ຮ້າຍປ້າຍສີອະດີດປະທານາທິບໍດີ ໂອບາມາ ແລະ ໂຈ ໄບເດັນ ຜູ້ສະໝັກຊີງຕຳແໜ່ງປະທານາທິບໍດີອາເມລິກາ ວ່າສອດແນມເວລາທີ່ທ່ານ ທຣຳ ຫາສຽງຜູ້ນຳອາເມລິກາເມື່ອປີ 2016.
ກ່ອນໜ້ານີ້ ວໍຊິງຕັນໂພສເຄີຍເປີດເຜີຍລາຍງານສະຖິຕິຄຳຂີ້ຕົວະຂອງ ທຣຳ ວ່າໃນໄລຍະ 100 ວັນທຳອິດຂອງການເປັນຜູ້ນຳອາເມລິກາ, ທ່ານ ທຣຳ ເວົ້າຂີ້ຕົວະແລ້ວ 492 ຄັ້ງ ຫລື ສະເລ່ຍ 5 ເລື່ອງຕໍ່ວັນ.
ວໍຊິງຕັນໂພສ ຍັງເປີດເຜີຍອີກວ່າ: ໄລຍະ 14 ເດືອນຜ່ານມາ ບັນຫາຫລັກທີ່ ທຣຳ ເວົ້າໃຫ້ຂໍ້ມູນແບບຜິດໆ ຄືເລື່ອງລາຍງານຂອງ ໂຣເບິດ ມຸລເລີ ໄອຍະການພິເສດຜູ້ສອບສວນການແຊກແຊງເລືອກຕັ້ງອາເມລິກາ, ບັນຫາການຖອດຖອນປະທານາທິບໍດີ, ບັນຫາການລະບາດຂອງໄວຣັສໂຄໂຣນາ ແລະ ບັນຫາທ່ານ ຈອດ ຟລອຍ ເຊິ່ງທ່ານ ທຣຳ ເວົ້າເລື່ອງຂີ້ຕົວະສະເລ່ຍ 23 ຄັ້ງຕໍ່ວັນ.
ສື່ອາເມລິກາຍັງຕັ້ງຂໍ້ສັງເກດໃນບັນຫາການລະບາດຂອງໂຄວິດວ່າ: ທ່ານ ທຣຳ ເວົ້າເລື່ອງຂີ້ຕົວະ ຫລື ຄຳກ່າວອ້າງທີ່ເຮັດໃຫ້ສາທາລະນະເຂົ້າໃຈຜິດກ່ຽວກັບການລະບາດຂອງໄວຣັສເກືອບ 1.200 ຄັ້ງ ສ່ວນຫລາຍເປັນເລື່ອງທີ່ທ່ານ ທຣຳ ອ້າງວ່າ: ອາເມລິກາເປັນປະເທດທີ່ມີການກວດຄັດກອງໂຄວິດຫລາຍທີ່ສຸດໃນໂລກ ເຊິ່ງເລື່ອງດັ່ງກ່າວຜູ້ຊ່ຽວຊານຊີ້ວ່າການຄັດກອງພະຍາດຢູ່ອາເມລິກາຍັງບໍ່ໄດ້ຄວບຄຸມພຽງພໍ ເຊິ່ງຕົວເລກການຕິດເຊື້ອທີ່ແທ້ຈິງຢູ່ອາເມລິກາອາດສູງກວ່ານີ້ຫລາຍເທົ່າ.

