ປກສ ແຂວງ ຊຽງຂວາງຈັບຜູ້ຕ້ອງຫາ 2 ຄົນກໍ່ເຫດລັກລົດຈັກປະຊາຊົນ;

ໃນວັນທີ 11 ມິຖຸນາ 2020 ເຈົ້າໜ້າທີ່ ປກສ ແຂວງ ຊຽງຂວາງ ໄດ້ຈັບຕົວທ້າວ ພຸດທະລິດ ອາຍຸ 31 ປີ ຢູ່ບ້ານ ໂພນງາມໃຕ້ ເມືອງ ແປກ ແລະ ທ້າວ ບຸນຍົງ ອາຍຸ 31 ປີ ຢູ່ບ້ານ ໂພນສະອາດເຫນືອ ເມືອງ ແປກ ແຂວງ ຊຽງຂວາງ ມາດຳເນີນຄະດີໃນຂໍ້ຫາລັກຊັບພົນລະເມືອງ, ໂດຍເຈົ້າໜ້າທີ່ສາມາດເກັບກູ້ຂອງກາງລົດຈັກ ທີ່ພວກກ່ຽວລັກໄປນັ້ນເພື່ອເປັນຫລັກຖານໃນການດຳເນີນຄະດີພວກກ່ຽວ.
ຜ່ານການສືບ-ສວນສອບສວນ ຜູ້ຕ້ອງຫາໃຫ້ການຮັບສາລະພາບວ່າ: ກ່ອນໜ້ານີ້ 3 ມື້ໄດ້ຮ່ວມກັນລົງມືກໍ່ເຫດລັກລົດຈັກຂອງປະຊາຊົນ ຢູ່ບ້ານ ລີ້ ເມືອງ ແປກ ແລະ ນຳໄປຂາຍໃຫ້ປະຊາຊົນຢູ່ບ້ານ ມຽນ ເມືອງ ພູກູດ ແຂວງ ຊຽງຂວາງ ກ່ອນຈະຖືກເຈົ້າໜ້າທີ່ສາມາດຕິດຕາມນຳຈັບຜູ້ພວກກ່ຽວໄດ້. ປັດຈຸບັນ ເຈົ້າໜ້າທີ່ ປກສ ແຂວງ ຊຽງຂວາງ ກຳລັງເລັ່ງສະຫລຸບສຳນວນສົ່ງໃຫ້ໄອຍະການສັ່ງຟ້ອງສານຕັດສິນລົງໂທດຕາມລະບຽບກົດໝາຍ.