ກະຊວງປ້ອງກັນປະເທດ ສສ ຫວຽດນາມ ຊ່ວຍປັບປຸງຍົກລະດັບ ຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ

ພິທີວາງສີລາລຶກ ໂຄງການສ້ອມແປງ ແລະ ປັບປຸງ ຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ, ໄດ້ມີຂຶ້ນໃນວັນທີ 19 ມັງກອນນີ້, ທີ່ຫໍພິພິທະພັນດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ລັດຖະມົນຕີ ກຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ພົນເອກ ໂງຊວນລີກ ລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ມີທ່ານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ ເຂົ້າຮ່ວມນໍາດ້ວຍ.

ໂຄງການບູລະນະສ້ອມແປງຫໍພິພິທະພັນດັ່ງກ່າວແມ່ນທຶນການຊ່ວຍເຫຼືອລ້າຂອງກະຊວງປ້ອງກັນປະເທດຫວຽດນາມ ໃນມູນຄ່າທັງໝົດ 36,8 ຕື້ດົງຫວຽດນາມ ຫຼືປະມານ 1,72 ລ້ານກວ່າໂດລາສະຫະລັດ ເພື່ອແນໃສ່ສ້າງເປັນບ່ອນສຶກສາຄົ້ນຄວ້າ ແລະ ວາງສະແດງຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ໃຫ້ຄົນລຸ້ນໃໝ່ໄດ້ມີບ່ອນຄົ້ນຄວ້າຮໍ່າຮຽນ, ຄາດວ່າການດໍາເນີນງານຈະໃຫ້ສໍາເລັດລົງໃນເດືອນ ກັນຍາ 2019 ນີ້. ໂດຍແມ່ນ ບໍລິສັດ ລາວີນາໂກ 36 ຈໍາກັດຜູ້ດຽວ ສສ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ.