ມຽນມາ ພົບຜູ້ຕິດເຊື້ອໂຄວິດເພີ່ມ 23 ຄົນ ເປັນແຮງງານທີ່ກັບມາຈາກໄທ ແລະ ມາເລເຊຍ

ສຳນັກຂ່າວມຽນມາທາມລາຍງານວ່າ: ຈາການເປີດເຜີຍຂອງກະຊວງສາທາລະນະສຸກ ມຽນມາ ໃນວັນທີ 19 ມິຖຸນານີ້ ລະບຸວ່າ ມຽນມາພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຈຳນວນ23 ຄົນ ເປັນແຮງງານທີ່ກັບມາຈາກໄທ ແລະ ມາເລເຊຍ, ໂດຍຜ່ານດ່ານບໍລິເວນຊາຍແດນຈັງຫວັດຕາກ ເມື່ອວັນທີ 8 ມິຖຸນາຜ່ານມາ ຖືວ່າເປັນການພົບຜູ້ຕິດເຊື້ອເພີ່ມຈຳນວນສູງສຸດຮອບ 3 ເດືອນ, ສົ່ງຜົນໃຫ້ຕົວເລກຜູ້ຕິດເຊື້ອສະສົມເປັນ 286 ຄົນ, ປິ່ນປົວຫາຍດີ 177 ຄົນ ແລະ ເສຍຊີວິດ 6 ຄົນ.

ລາຍງານລະບຸວ່າ: ຜູ້ຕິດເຊື້ອເພີ່ມ 23 ຄົນນັ້ນ ໃນຈຳນວນດັ່ງກ່າວ 19 ຄົນ ເປັນແຮງງານທີ່ກັບມາຈາກໄທ, ເດີນທາງຜ່ານດ່ານຊາຍແດນຈັງຫວັດຕາກໄປຫາຝັ່ງມຽວດີ 18 ຄົນ ແລະ ຜ່ານຈັງຫວັດຣະນອງ 1 ຄົນ. ສ່ວນ 4 ຄົນແມ່ນກັບມາຈາກມາເລເຊຍ ໂດຍຂະນະນີ້ 23 ຄົນຖືກກັກກັນບໍລິເວນຢູ່ສູນກັກກັນເຂດອຸດສາຫະກຳໃນເມືອງພະອັນ ເປັນເມືອງເອກຂອງລັດກະຍີນ ຕິດກັບຊາຍແດນໄທບໍລິເວນຈັງຫວັດຕາກ ກ່ອນຈະກຽມສົ່ງໄປປິ່ນປົວຢູ່ໂຮງໝໍໃນນະຄອນຫລວງຢ່າງກຸ້ງ.

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ