ນັກຮຽນປະຖົມຫຼາຍກ່ວາ 6.000 ຄົນຢູ່ເມືອງທ່າແຕງ ໄດ້ຮັບອາຫານທ່ຽງຈາກອົງການອາຫານໂລກ

ປັດຈຸບັນນັກຮຽນຊັ້ນປະຖົມ 6.259 ຄົນ,ຍິງ 3.094 ຄົນຢູ່ເມືອງທ່າແຕງ ແຂວງເຊກອງ, ໄດ້ຮັບຜົນປະໂຫຍດຈາກອົງການອາຫານໂລກ ໃນ ການ ແຈກຢາຍອາຫານທ່ຽງໃຫ້ແກ່ໂຮງຮຽນ 46 ແຫ່ງໃນ ທົ່ວເມືອງດັ່ງກ່າວ ເມື່ອ ອາທິດຜານມານີ້.

ຮອງຫົວໜ້າຫ້ອງການສຶກສາາເມືອງໃຫ້ຮູ້ວ່າ: ອາຫານທີ່ນຳມາແຈກຢາຍ ໃຫ້ນັກຮຽນໃນຄັ້ງນີ້ປະກອບມີ ເຂົ້າສານຈ້າວຫລາຍກ່ວາ 34ໂຕນ,ຖົ່ວເຫຼືອງກ່ວາ 16ໂຕນ ,ປາປ໋ອງ 20.432 ປ໋ອງ ແລະ ນໍ້າມັນພືດ 3.636 ລິດ ໂດຍການ ແບ່ງປັນໃນອັດຕາສ່ວນເທົ່າກັນ ແລະ ເປັນອາຫານທີ່ຄ້າງແຈກຍ້ອນພົບ ກັບບັນຫາການ ລະບາດຂອງ ພະຍາດ ໂຄວິດ-19 ໃນຜ່ານມາ.ທັງນີ້ກໍເພື່ອ ເຮັດໃຫ້ເດັກກຸ່ມເປົ້າໝາຍໄດ້ຮັບອາຫານໄດ້ຢ່າງພຽງພໍ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ