ພົບສົບສອງຜົວເມຍແຂວນຄໍເສຍຊີວິດ ຢູ່ເມືອງສິງ ແຂວງຫລວງນ້ຳທາ

ວັນທີ  5  ກໍລະກົດ 2023 ນີ້, ທ່ານ ຮທ ວິໄລ ໝັ້ນສະຫວ່າງ ຮອງຫົວໜ້າໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ລາຍງານວ່າ: ໃນວັນທີ 2 ກໍລະກົດ 2023 ໄດ້ຮັບແຈ້ງຈາກ ປກສ ກຸ່ມບ້ານທົ່ງໃໝ່ວ່າ ມີປະຊາຊົນພົບສອງຜົວ ເມຍແຂວນຄໍເສຍຊີວິດ ຢູ່ເຂດບ້ານຫ້ວຍນໍ້າແດງ ເມືອງສິງ ແຂວງຫລວງນ້ຳທາ.

ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງສົມທົບກັບ ປກສ ກຸ່ມບ້ານ, ອໍານາດການປົກຄອງບ້ານທົ່ງໃໝ່, ກວດກາຊັນນະສູດສົບ ຈຶ່ງຮູ້ວ່າ ຜູ້ເສຍຊີວິດຊື່ ທ້າວ ວັງປ່າວຊົງ ອາຍຸ 33 ປີ ເສຍຊີວິດໃນເວລາປະມານ 17 ໂມງ ຂອງວັນທີ 1 ກໍລະກົດ 2023 ແລະ ນາງ ເຈ່ຍ ອາຍຸ 34 ປີ ເສຍຊີວິດ ໃນວັນທີ 25 ມີຖຸນາ 2023 ເຊິ່ງທັງສອງເປັນຜົວເມຍກັນ, ມີລູກນຳກັນ 6 ຄົນ, ຍິງ 3 ຄົນ.

ກ່ອນໜ້ານັ້ນ ພວກກ່ຽວຢູ່ບ້ານ ລອງຕ້ອງ ເມືອງສົບເບົາ ແຂວງຫົວພັນ. ປັດຈຸບັນ ມາເປັນກຳມະກອນຮັບເໝົາປາດຢາງພາລາໃຫ້ ທ້າວຈັນ ຢູ່ບ້ານ ສີລິເຮືອງ ເມືອງສິງ ແຂວງຫຼວງນ້ຳທາ., ສ່ວນລູກທັງ 6 ຄົນ ປະຈຸບັນໄດ້ພັກເຊົາຢູ່ເຮືອນ ທ້າວ ຈັນ ບ້ານ ສີລິເຮືອງ ເພື່ອລໍຖ້າໃຫ້ຍາດພີ່ນ້ອງມາຮັບໄປລ້ຽງ, ສ່ວນສາເຫດການເສຍຊີວິດ ທາງເຈົ້າໜ້າທີ່ພວມເກັບກຳຂໍ້ມູນ.