ການບູລະນະສ້ອມແປງຂົວນໍ້າຂະຍຸງຄືບໜ້າແລ້ວ 50%

ຜູ້ຮັບເໝົາບູລະນະສ້ອມແປງຂົວນໍ້າຂະຍຸງ  ທີ່ບ້ານປາກຂະຍຸງ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ການປະຕິບັດວຽກງານດັ່ງກ່າວ ຄືບໜ້າແລ້ວກວ່າ 50% ພາຍຫລັງດຳເນີນມາເກືອບເດືອນແລ້ວ ແລະ ຄາດວ່າຈະໃຫ້ສຳເລັດ ສົມບູນ ແລະ ເປີດນຳໃຊ້ ໃນທ້າຍເດືອນສິງຫາ ທີ່ຈະມາເຖິງນີ້.

ຜູ້ຮັບເໝົາເວົ້າວ່າ: ເພື່ອ ຄວາມປອດໄພຈິ່ງ ຂໍຮຽກຮ້ອງໃຫ້ ຜູ້ໃຊ້ລົດໃຊ້ຖະໜົນ ເດີນທາງຜ່ານທາງເວັ້ນ ກ່ອນຈະສຳເລັດການ ສ້ອມແປງທັງນີ້ກໍເພື່ອປາສະຈາກອຸປະຕິເຫດ ແລະ ມີຄວາມຄວາມປອດໄພ.

ເຈົ້າໜ້າທີເຕືອນວ່າ:ການເກີດອຸປະຕິເຫດທັງຫລາຍນັ້ນລ້ວນແຕ່ເກີດຈາກຄວາມຂາດສະຕິລະວັງຕົວຂອງຜູ້ຂັບລົດບັນທຸກທີ່ເກີນນໍ້າໜັກ ແລະ ບວກກັບອາຍຸການນຳໃຊ້ຂົວດັ່ງກ່າວຍາວນານ ແລະ ມີສະພາບເກົ່າແກ່ສຸດໂຊມ, ໂດຍໃຫ້ໂືເອົາຂົວແຫ່ງອື່ນໆເປັນບົດຮຽນໃຫ້ຂະແໜງການຄົມມະນາຄົມມີຄວາມພ້ອມໃນການກວດກາ ເສັ້ນທາງຄົມມະນາຄົມໃຫ້ຮັບປະກັນເພື່ອຫລຸດຜ່ອນຜົນກະທົບທີ່ຈະຕາມມາ.