ຕາຝັ່ງເຊບັ້ງໄຟເຈື່ອນ ສົ່ງຜົນກະທົບຕໍ່ບ້ານທ່າຂາມ ເມືອງໄຊບູລີ

ໃນວັນທີ 10 ສິງຫານີ້, ທ່ານ ອ່ອນລຳພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ລົງຕິດຕາມກວດກາຜົນກະທົບທີ່ເກີດຈາກຕາຝັ່ງແມ່ນ້ຳເຊບັ້ງໄຟເຊາະເຈື່ອນເປັນວົງກວ້າງ ທີ່ບ້ານທ່າຂາມ ເມືອງດັ່ງກ່າວ ມີ 4 ຄອບຄົວໄດ້ຮັບຜົນກະທົບ ເນື່ອງຈາກຝົນຕົກລົງມາເຮັດໃຫ້ລະດັບນ້ຳເຊບັ້ງໄຟສູງຂຶ້ນ ແລະ ບໍລິເວນນັ້ນກໍເປັນຈຸດໂຄ້ງ ແລະ ສູງຊັນ ຈຶ່ງເຮັດໃຫ້ໜ້າດິນຍຸບຕົວລົງກວ້າງປະມານ 10 ແມັດ ແລະ ຍາວ 30 ກວ່າແມັດ, ໃນນັ້ນ ມີເຫລົ້າເຂົ້າ 1 ຫລັງ, ຫ້ອງນ້ຳ 1 ຫ້ອງ ແລະ ຕົ້ນໄມ້ໃຫ້ໝາກ ພ້ອມດ້ວຍຜົນລະປູກຂອງປະຊາຊົນຈຳນວນໜຶ່ງໄດ້ຮັບຄວາມເສຍຫາຍ. ປັດຈຸບັນ ໜ່ວຍງານກ່ຽວຂ້ອງ ກໍຄືອຳນາດການປົກຄອງບ້ານທ່າຂາມໄດ້ລະດົມກັນຊ່ວຍເຫລືອຄອບຄົວທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ ເປັນຕົ້ນຊ່ວຍຂົນສິ່ງຂອງອອກຈາກບໍລິເວນນັ້ນໄປຢູ່ຈຸດປອດໄພ ແລະ ຍັງມີເຮືອນຂອງປະຊາຊົນອີກ 4 ຫລັງ ທີ່ມີຄວາມສຸ່ມສ່ຽງ ໂດຍຈະຕ້ອງໄດ້ມ້າງ ແລະ ຍ້າຍອອກໄປຢູ່ບ່ອນອື່ນ.

