ການເບິ່ງ ແລະ ຫລິ້ນເກມອອນລາຍ ມີຜົນກະທົບແນວໃດຕໍ່ເດັກ?

ຕອນບ່າຍວັນທີ 7 ມີຖຸນານີ້, ເດັກ H.Tr.V.Đ (ເດັກຫວຽດນາມ) ອາຍຸ 5 ຂວບໄດ້ຂໍອະນຸຍາດພໍ່ແມ່ໄປຫລິ້ນກັບໝູ່ຢູ່ບ້ານດຽວກັນ ຊຶ່ງຫ່າງຈາກເຮືອນຂອງຕົນປະມານ 300 ແມັດ. ຈົນເຖິງຄໍ່າມືດຈືດຕາກໍບໍ່ເຫັນລູກກັບມາເຮືອນ, ຄອບຄົວຈຶ່ງໄດ້ພ້ອມກັນໄປຊອກຫາຈົນທົ່ວກໍບໍ່ເຫັນ. ພໍ່ແມ່ເດັກຈຶ່ງໄດ້ໄປແຈ້ງກັບເຈົ້າໜ້າທີ່ກ່ຽວຂ້ອງເພື່ອຂໍຄວາມຊ່ວຍເຫລືອ ຊອກຫາລູກ.

ຈົນມາເຖິງຕອນບ່າຍຂອງວັນທີ 9 ມີຖຸນາ, ພໍ່ແມ່ເກືອບສິ້ນລົມຫາຍໃຈ ເມື່ອຊອກເຫັນຊາກສົບຂອງນ້ອງນອນເສຍຊີວິດຢູ່ຂ້າງເຮືອນຮ້າງຫລັງໜຶ່ງໃນປ່າຫ່າງຈາກເຮືອນຂອງເດັກ 10 km.

ຜູ້ສົງໄສກໍຄືເດັກຊາຍ ຮຽນຢູ່ຊັ້ນ ມ6 ຊຶ່ງຢູ່ຫ່າງຈາກເຮືອນເດັກຜູ້ເຄາະຮ້າຍບໍ່ໄກປາໃດ. ນັກຮຽນຊັ້ນ ມ6 ຄົນດັ່ງກ່າວໃຫ້ການຕໍ່ເຈົ້າໜ້າທີ່ວ່າ :ຕົນເອງເປັນຄົນຕິດເກມອອນລາຍ  “ຫລິ້ນໝາກລີ້”. ວັນທີ 7 ມີຖຸນາ ຕົນເອງເຫັນເດັກ H.Tr.V.Đ ມາຫລິ້ນນຳຕົນ, ຕົນເອງຈຶ່ງໄດ້ບັງຄັບໃຫ້ເດັກ H.Tr.V.Đ ເຂົ້າໄປໃນປ່ານຳຕົນ ແລະ ເຊື່ອງໄວ້, ຫຼັງຈາກນັ້ນກໍພາເດັກອອກມາບ້ານ ຫວັງຈະອ້າງຜົນງານວ່າຕົນເອງເປັນຜູ້ພົບເຫັນນ້ອງຢູ່ໃນປ່າ.

ແຕ່ເມື່ອມາເຖິງບ້ານ ກໍເລີຍເຫັນພໍ່ແມ່ຂອງເດັກ ແລະ ເຈົ້າໜ້າທີ່ກຳລັງວົນວາຍຊອກຫາເດັກຢູ່, ຕົນເອງຈຶ່ງເກີດຄວາມຢ້ານກົວ ຈຶ່ງຕັດສິນໃຈບໍ່ພາເດັກເຂົ້າມາບ້ານອີກ ຈຶ່ງເປັນສາເຫດເຮັດໃຫ້ເດັກເສຍຊີວິດ. ສາຍເຫດການເສຍຊີວິດຂອງເດັກໃນເບື້ອງຕົ້ນຄາດວ່າ ເດັກບໍ່ໄດ້ກິນເຂົ້າ, ກິນນໍ້າເປັນຫລາຍຊົ່ວໂມງ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ