ບາງກິດຈະວັດທີ່ສົ່ງຜົນກະທົບທຳລາຍສະໝອງ

ສະໝອງຂອງມະນຸດເຮັດໜ້າທີ່ຕ່າງໆຫລວງຫລາຍ ທັງຄິດ, ວິເຄາະໄຈ້ແຍກ, ສັ່ງການເຄື່ອນໄຫວຂອງອະໄວຍະວະຕ່າງໆ ແລະ ນອກຈາກນັ້ນ ຍັງຄວບຄຸມອາລົມ, ຄວາມຈື່ຈຳ ແລະ ພຶດຕິກຳຕ່າງໆນຳອີກ ໂດຍທີ່ສະໝອງຂອງເຮົາສຳຄັນຂະໜາດນີ້ ຍັງມີພຶດຕິກຳ ຫລື ບາງກິດຈະວັດທີ່ສົ່ງຜົນກະທົບຕໍ່ຮ່າງກາຍ ແລະ ສະໝອງຂອງເຮົາໄດ້ ເຊັ່ນ :

  1. ການບໍ່ກິນເຂົ້າເຊົ້າ : ການບໍ່ກິນອາຫານເຊົ້າຈະສົ່ງຜົນໃຫ້ສານອາຫານໄປລ້ຽງສະໝອງບໍ່ພຽງພໍ ເຮັດໃຫ້ມີອາການສະໝອງເສື່ອມໄດ້ງ່າຍ.
  2. ກິນອາຫານຫລາຍຈົນເກີນໄປ : ເພາະການກິນອາຫານຫລາຍຈົນເກີນໄປນັ້ນ ຈະເຮັດໃຫ້ເສັ້ນເລືອດແດງໃນສະໝອງແຂງໂຕ ເປັນສາເຫດເຮັດໃຫ້ມີອາການຄວາມຈື່ຈຳສັ້ນໄດ້ ເຮົາຈຶ່ງຄວນກິນອາຫານໃນແຕ່ລະຄາບໃຫ້ພໍດີພໍງາມ ບໍ່ອີ່ມຈົນເກີນໄປ.
  3. ການສູບຢາ : ເພາະນອກຈາກຈະເຮັດໃຫ້ເປັນມະເຮັງຕ່າງໆ, ພະຍາດປອດ ແລະ ອີກສາລະພັດພະຍາດແລ້ວ ການສູບຢາຍັງເຮັດໃຫ້ເກີດອາການສະໝອງບໍ່ເຮັດວຽກ ແລະ ເປັນອັລໄຊເມີໄດ້ນຳ.
  4. ການກິນຂອງຫວານຫລາຍເກີນໄປ : ນອກຈາກຈະເຮັດໃຫ້ຕຸ້ຍ ຍັງເຮັດໃຫ້ເປັນພະຍາດເບົາຫວານ ແລະ ຄວາມດັນເລືອດສູງ ທັງຍັງມີສ່ວນໄປຂັດຂວາງການດູດຊຶມໂປຣຕິນ ແລະ ສານອາຫານທີ່ເປັນປະໂຫຍດ ເຊິ່ງເປັນສາເຫດເຮັດໃຫ້ຂາດສານອາຫານ ແລະ ຂັດຂວາງການພັດທະນາຂອງສະໝອງນຳອີກ.
  5. ມົນລະພິດຕ່າງໆ : ສະໝອງຂອງຄົນເຮົານັ້ນເປັນອະໄວຍະວະທີ່ໃຊ້ພະລັງງານຫລາຍທີ່ສຸດຂອງຮ່າງກາຍ. ດັ່ງນັ້ນ, ການທີ່ສືບດົມເອົາອາກາດທີ່ເປັນມົນລະພິດເຂົ້າໄປ ຈະເຮັດໃຫ້ອົກຊີແຊນໃນສະໝອງຫລຸດປະລິມານລົງ ສົ່ງຜົນໃຫ້ປະສິດທິພາບການເຮັດວຽກຂອງສະໝອງນັ້ນຫລຸດລົງໄປນຳ.
  6. ການອົດນອນ :ການນອນຫລັບທີ່ພຽງພໍນັ້ນຈະເຮັດໃຫ້ສະໝອງໄດ້ພັກຜ່ອນ, ແຕ່ກິດຈະວັດບາງຢ່າງນັ້ນກໍບຽດບຽນເອົາເວລາພັກຜ່ອນຂອງສະໝອງໄປນຳ ດັ່ງນັ້ນ, ການຫັກໂຫມເຮັດວຽກໜັກຈົນເກີນໄປ ຫລື ການທ່ຽວກາງຄືນ ແລະ ການອົດນອນນັ້ນ ກໍຈະເຮັດໃຫ້ແຊນສະໝອງນັ້ນຕາຍໄວໄດ້.
  7. ການນອນເອົາຜ້າຫົ່ມປົກຫົວ : ການນອນເອົາຜ້າ ຫລື ຜ້າຫົ່ມປົກຫົວເປັນຜົນຮ້າຍຕໍ່ສະໝອງຂອງເຮົາ ເພາະຈະໄປຫລຸດປະລິມານອົກຊີແຊນທີ່ຈະເຂົ້າສູ່ຮ່າງກາຍຂອງເຮົາ ເຊິ່ງຈະສົ່ງຜົນຕໍ່ປະສິດທິພາບການເຮັດວຽກຂອງສະໝອງ.
  8. ການໃຊ້ສະໝອງໃນເວລາເຈັບປ່ວຍ : ການເຮັດວຽກ ຫລື ຮຽນໜັງສືໃນເວລາທີ່ກຳລັງປ່ວຍ ຈະເຮັດໃຫ້ປະສິດທິພາບໃນການເຮັດວຽກຂອງສະໝອງນັ້ນຫລຸດລົງ ແລະ ເປັນການທຳຮ້າຍສະໝອງໄປໃນໂຕ. ສະນັ້ນແລ້ວ ໃນໄລຍະທີ່ກຳລັງເຈັບປ່ວຍຢູ່ ຄວນພັກຜ່ອນໃຫ້ຫລາຍໆ, ກິນອາຫານທີ່ດີ ແລະ ດູແລຮ່າງກາຍເປັນພິເສດສາກ່ອນ.
  9. ຂາດການໃຊ້ຄວາມຄິດ : ການຄິດເປັນສິ່ງທີ່ດີທີ່ສຸດໃນການຝຶກສະໝອງ, ການຂາດການໃຊ້ຄວາມຄິດຈະເຮັດໃຫ້ສະໝອງຢຸດເຮັດວຽກ ຍິ່ງຜູ້ເຖົ້າ ຫລື ຄົນທີ່ຢູ່ເຮືອນຕາມລຳພັງ ບໍ່ໄດ້ໃຊ້ສະໝອງຄິດຫຍັງຫລາຍຄືກັບຕອນເຮັດວຽກ ການເຮັດກິດຈະກຳຍາມວ່າງ ຫລື ການຫລິ້ນເກມ, ຫລິ້ນໝາກດ້າມ ຈະຊ່ວຍເຮັດໃຫ້ສຸຂະພາບສະໝອງຍັງຄົງແຂງແຮງຢູ່.
  10. ການເປັນຄົນບໍ່ມັກເວົ້າ :ການເປັນຄົນບໍ່ຄ່ອຍມັກປາກມັກເວົ້າກໍສົ່ງຜົນເສຍຕໍ່ສະໝອງໄດ້ຄືກັນ ເພາະທັກສະການເວົ້າຈະເປັນໂຕສະແດງເຖິງປະສິດທິພາບຂອງສະໝອງ.

ສະນັ້ນ, ໃຜທີ່ມີນິໄສ ຫລື ພຶດຕິກຳກົງກັບຂໍ້ໃດກໍຄວນປັບປຸງ ເພື່ອທີ່ເຮົາຈະໄດ້ມີສຸຂະພາບສະໝອງທີ່ດີ ແລະ ມີປະສິດທິພາບຕະຫລອດໄປ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ